• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີຫງວຽນຊວນຟຸກ ສິ້ນສຸດການໄປເຂົ້າຮ່ວມກອງປະຊຸມສຸດຍອດ G7 ເປີດກວ້າງ ແລະ ຢ້ຽມຢາມການາດາ

      ວັນທີ 11 ມິຖຸນາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ກັບເມືອຮອດສະໜາມບິນ ໂນ້ຍບາຍ, ຮ່າໂນ້ຍ, ປະເທດຫວຽດນາມ, ສິ້ນສຸດການເຂົ້າຮ່ວມກອງປະຊຸມ G7  ເປີດກວ້າງ ແລະ ຢ້ຽມຢາມປະເທດການາດາ ຕາມຄຳເຊື້ອເຊີນຂອງ ທ່ານນາຍົກລັດຖະມົນຕີ ການາດາ Justin Trudeau ຢ່າງຈົບງາມ.

ການນຳບັນດາປະເທດເຂົ້າຮ່ວມກອງປະຊຸມສຸດຍອດ G7 ເປີດກວ້າງ
(ພາບ: TTXVN) 
      ໃນເວລາ 03 ວັນ, ແຕ່ວັນທີ 8 – 10 ມິຖຸນາ, ທ່ານນາຍົກລັດຖະມົນຕີ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ມີການພົບປະຂັ້ນສູງຄັ້ງຕ່າງໆ ແລະ ບັນດາການເຄື່ອນໄຫວຫຼາຍຝ່າຍ ດ້ວຍການປຶກສາຫາຫຼາຍເນື້ອໃນທີ່ສຳຄັນ, ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ  ໄດ້ສະເໜີຂໍ້ລິເລີ່ມສ້າງຕັ້ງ “ເວທີປາໄສຮ່ວມມືເປີດກວ້າງລະຫວ່າງບັນດາປະເທດ G7 ແລະ ບັນດາປະເທດຢູ່ແຄມທະເລ ກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ນ້ຳທະເລຂຶ້ນ ແລະ ປົກປັກຮັກສາສິ່ງແວດລ້ອມຊີວະພາບຢູ່ທະເລ”; ສະເໜີໃຫ້ບັນດາປະເທດ G7 ຊຸກຍູ້ການສ້າງ “ກົນໄກຮ່ວມມືທົ່ວໂລກ ກ່ຽວກັບການຫຼຸດຜ່ອນສິ່ງເສດເຫຼືອປະເພດຢາງ” ໃຫ້ສົມບູນແບບ.
        ຢູ່ນອກເຫດການຫຼາຍຝ່າຍທີ່ເຕົ້າໂຮມບັນດາພື້ນຖານເສດຖະກິດແຖວໜ້າຂອງໂລກ, ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ໄດ້ມີບັນດາການພົບປະສອງຝ່າຍກັບການນຳບັນດາປະເທດ G7, ບັນດາປະເທດອື່ນໆ ແລະ ອົງການຈັດຕັ້ງສາກົນເກືອບທັງໝົດທີ່ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ G7 ເປີດກວ້າງຄັ້ງນີ້.
        ໃນຂອບເຂດບັນດາການເຄື່ອນໄຫວຢ້ຽມຢາມປະເທດການາດາ, ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ໄດ້ມີການໂອ້ລົມສົນທະນາກັບ ທ່ານນາຍົກລັດຖະມົນຕີ ການາດາ Justin Trudeau. ສອງຝ່າຍໄດ້ເຫັນດີກັບບັນດາມາດຕະການຊຸກຍູ້ການພົວພັນດ້ານການເມືອງ - ການຕ່າງປະເທດ; ການຄ້າ ແລະ ການລົງທຶນອີກດ້ວຍ.
        ການເຂົ້າຮ່ວມກອງປະຊຸມສຸດຍອດ G7 ເປີດກວ້າງ ແລະການຢ້ຽມຢາມ ການາດາຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສືບຕໍ່ຢັ້ງຢືນຖານະບົດບາດຂອງຫວຽດນາມ ທີ່ນັບມື້ນັບໄດ້ຍົກສູງຂຶ້ນບົນເວທີສາກົນ, ເປີດກາລະໂອກາດໃໝ່ຫຼາຍຢ່າງໃຫ້ແກ່ການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ - ການາດາ. ການເດີນທາງໄປປະຕິບັດງານຢູ່ຕ່າງປະເທດຂອງທ່ານນາຍົກລັດຖະມົນຕີ ຍັງເປັນການຢັ້ງຢືນບົດບາດ, ຄວາມຮັບຜິດຊອບສູງຂອງຫວຽດນາມ ເພື່ອແນໃສ່ປະກອບສ່ວນຢ່າງຕັ້ງໜ້າ, ເປັນເຈົ້າການ, ມີຄວາມຮັບຜິດຊອບໃນການແກ້ໄຂບັນຫາທົ່ວໂລກໃນປັດຈຸບັນ, ປະກອບສ່ວນເພື່ອສັນຕິພາບ, ຄວາມຈະເລີນຮຸ່ງເຮືອງ, ການຮ່ວມມືພັດທະນາຢູ່ໃນໂລກ.
 (ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top