• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີຫງວຽນຊວນຟຸກໂອ້ລົມທາງໂທລະສັບກັບນາຍົກລັດຖະມົນຕີ ແດນມາກ

ທ່ານນາຍົກລັດຖະມົນຕີ Lars Lokke Rasmussen ຖືເປັນກຽດຮຽນເຊີນທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມ “ເວທີປາໄສຮ່ວມມືຂັ້ນສູງ ເພື່ອເປົ້າໝາຍຂຽວທົ່ວໂລກ ໃນປີ 2030” ຄັ້ງທຳອິດ ໂດຍແດນມາກ ຈະຈັດຕັ້ງໃນເດືອນຕຸລາຈະມາເຖິງ.

 
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກໂອ້ລົມທາງໂທລະສັບ
ກັບທ່ານນາຍົກລັດຖະມົນຕີແດນມາກ Lars Lokke Rasmussen

(ພາບ:VOV)

ວັນທີ 6 ມິຖຸນາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີແດນມາກ Lars Lokke Rasmussen. ນາ ຍົກລັດຖະມົນຕີສອງທ່ານໄດ້ປຶກສາຫາລືກ່ຽວກັບບັນດາມາດຕະການ ເພື່ອແນໃສ່ເພີ່ມທະວີການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ແດນມາກ, ໃນນັ້ນມີການພົວພັນຄູ່ຮ່ວມມືຍຸດທະສາດໃນຂົງເຂດການປ່ຽນແປງຂອງດິນຟ້າອາກາດ, ພະລັງງານ, ສິ່ງແວດລ້ອມ ແລະ ການເຕີບໂຕຂຽວ. ນາຍົກລັດຖະມົນຕີສອງທ່ານເຫັນດີເປັນເອກະພາບ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ຈັດຕັ້ງບັນດາການເຄື່ອນໄຫວ ສະເຫຼີມສະຫຼອງ 47 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ (1971-2018).  ກໍໃນການໂອ້ລົມ, ທ່ານນາຍົກລັດຖະມົນຕີ Lars Lokke Rasmussen ຖືເປັນກຽດຮຽນເຊີນທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມ “ເວທີປາໄສຮ່ວມມືຂັ້ນສູງ ເພື່ອເປົ້າໝາຍຂຽວທົ່ວໂລກ ໃນປີ 2030” ຄັ້ງທຳອິດ ໂດຍແດນມາກ ຈະຈັດຕັ້ງໃນເດືອນຕຸລາຈະມາເຖິງ. ສະໜັບສະໜູນຂໍ້ລິເລີ່ມຂອງແດນມາກ ກ່ຽວກັບການຈັດຕັ້ງເຫດການດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຫວັງວ່າ ເວທີປາໄສດັ່ງກ່າວຈະວາງອອກການກຳນົດທິດໃຫຍ່, ບັນດາການເຄື່ອນໄຫວລະອຽດ ເພື່ອແນໃສ່ຊຸກຍູ້ການເຕີບໂຕຂຽວ ແລະ ຍືນຍົງໃນໄລຍະຈະມາເຖິງ.

(ແຫຼ່ງຄັດຈາກ VOV)


ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top