• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມພິທີປະກາດການສ້າງຕັ້ງກອງບັນຊາການການຮົບທາງເຄືອຂ່າຍອິນເຕີເນັດ

   ຕອນບ່າຍວັນທີ 8 ມັງກອນ, ຢູ່ຮ່າໂນ້ຍ, ກະຊວງປ້ອງກັນປະເທດຫວຽດນາມໄດ້ຈັດພິທີປະກາດຂໍ້ຕົກລົງວ່າ ດ້ວຍການສ້າງຕັ້ງກອງບັນຊາການການຮົບທາງເຄືອຂ່າຍອິນເຕີເນັດ. 
ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ກ່າວຄຳເຫັນທີ່ພິທີ
      ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ເນັ້ນໜັກວ່າ ການສ້າງຕັ້ງກອງບັນຊາການການຮົບທາງເຄືອຂ່າຍອິນເຕີເນັດ ແມ່ນສະແດງໃຫ້ເຫັນຄວາມເຊື່ອໝັ້ນຂອງພັກ, ລັດທີ່ມີຕໍ່ກອງທັບໃນການມອບໝາຍໜ້າທີ່ສູ້ຮົບໃນສະໜາມຮົບໃໝ່. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ກ່າວວ່າ : 
    “ ການນຳຊີ້ນຳການສ້າງຕັ້ງກອງບັນຊາການ ແລະ ກຳລັງການຮົບທາງເຄືອຂ່າຍອິນເຕີເນັດ ຕ້ອງຈົ່ງຮັກພັກດີຢ່າງແທ້ຈິງ, ມີລະບຽບວິໄນ, ມີສະຕິປັນຍາ, ໄຫວພິບ,ເຄື່ອນໄຫວຢ່າງມີປະສິດທິຜົນເພື່ອມີກຳລັງແຮງຢ່າງພຽງພໍໃນການຕໍ່ສູ້ໃຫ້ໄດ້ຮັບໄຊຊະນະ, ປົກປັກຮັກສາອະທິປະໄຕແຫ່ງຊາດໃນລະບົບອິນເຕີເນັດ. ໂຄງປະກອບການຈັດຕັ້ງຕ້ອງກະທັດລັດ, ຕ້ອງນຳໃຊ້ເຄື່ອງມືທັນສະໄໝ ແລະ ຄົບຊຸດ. ຕ້ອງກຳແໜ້ນສະພາບການ, ເປັນເສນາທິການເພື່ອນຳສະເໜີແກ້ໄຂທຸກໆກໍລະນີຢ່າງທັນການ”
 (ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 28 ຕຸລາ, ຢູ່ ກົວລາ ລຳເປີ ປະເທດ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍບັນດາການນຳ ອາຊຽນ ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຈີນ ຄັ້ງທີ 28.

Top