• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນແຂວງຊອກຈັງ

ຕອນເຊົ້າວັນທີ 19 ມິຖຸນາ, ຢູ່ນະຄອນຊອກຈັງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນແຂວງຊອກຈັງ ປີ 2018 ແລະ ປຸກລະດົມການເລີ່ມທຸລະກິດ. ດ້ວຍຈິດໃຈຮ່ວມເດີນທາງພ້ອມກັບບັນດານັກລົງທຶນ, ການນຳແຂວງຢືນຢັນວ່າ

(ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ)
 
ນັກລົງທຶນສາມາດພົບປະໂດຍກົງກັບການນຳແຂວງເພື່ອລາຍງານຂໍ້ຕິດຄັດ, ຄວາມຫຍຸ້ງຍາກເພື່ອໄດ້ຮັບການແກ້ໄຂຢ່າງທັນການ. ເພື່ອນຳແຂວງຊອກຈັງ ພັດທະນາຢ່າງແຮງກວ່າໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີໄດ້ຍົກໃຫ້ເຫັນວິໄສທັດຂອງທ່ານນາຍົກລັດຖະມົນຕີກ່ຽວກັບຊອກຈັງວ່າ “ນີ້ແມ່ນເຂດດິນລຸ່ນແມ່ນ້ຳຂອງ ແລະ ໃນທົດສະວັດຈະມາເຖິງຈະກາຍເປັນເຂດດິນມີລາຍຮັບປານກາງຄອງຊີບ, ແມ່ນກຳລັງໜູນກ່ຽວກັບເຈດຈຳນົງຜ່ານຜ່າຄວາມຫຍຸ້ງຍາກ, ປະກອບສ່ວນປະຕິບັດການຫັນຄວາມໄຝ່ຝັນສ້າງຄວາມຮັ່ງມີຂອງຊາວຊອກຈັງ ໃຫ້ກະກົດຜົນເປັນຈິງ ເວົ້າສະເພາະ ແລະ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ເວົ້າລວມ”. ຈາກບັນດາການໄຈ້ແຍກກ່ຽວກັບຄວາມສາມາດບົ່ມຊ້ອນ ແລະ ທ່າແຮງທີ່ມີຢູ່ແລ້ວ, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ແຂວງຊອກຈັງ ໃນອະນາຄົດ ຄວນສຸມໃສ່ພັດທະນາອີ່ງໃສ່ 3 ເສົາຄ້ຳຕົ້ນຕໍ່. ທີໜຶ່ງແມ່ນສິນໃນນ້ຳເຕັກໂນໂລຊີສູງ, ທີ 2 ແມ່ນ ສິນໃນນ້ຳສະອາດ ແລະ ທີ 3 ແມ່ນການທ່ອງທ່ຽວຊີວະພາບ, ພ້ອມກັນນັ້ນແມ່ນການພັດທະນາພະລັງງານຜະລິດຄືນໃໝ່ແມ່ນທ່າແຮງປຽບທຽບ.
 (ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top