• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມກອງປະຊຸມປຶກສາຫາລືມາດຕະການແກ້ໄຂການພັດທະນາອຸດສາຫະກຳໜູນຊ່ວຍ

ຕອນເຊົ້າວັນທີ 19 ທັນວາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເປັນປະທານກອງປະຊຸມປຶກສາຫາລືກ່ຽວກັບບັນດາມາດຕະການແກ້ໄຂການພັດທະນາອຸດສາຫະກຳໜູນຊ່ວຍຫວຽດນາມ

(ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ເປັນປະທານກອງປະຊຸມ) 

ດ້ວຍການເຂົ້າຮ່ວມຂອງຜູ້ແທນເກືອບ 300 ທ່ານທີ່ມາຈາກບັນດາຄະນະ, ກະຊວງ, ຂະແໜງການຂັ້ນສູນກາງ, ບາງທ້ອງຖິ່ນ, ບັນດາສະມາຄົມ, ສະຫະສະມາຄົມ, ບັນດາວິສາຫະກິດ…

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ:                                           ອຸດສາຫະກຳຫນູນຊ່ວຍພາຍໃນປະເທດ ບັນລຸໄດ້ບັນດາໝາກຜົນຕັ້ງຫນ້າ. ທ່ານນາຍົກລັດຖະມົນຕີ ກໍ່ຊີ້ໃຫ້ເຫັນບັນດາຂໍ້ຄົງຄ້າງ, ໃນນັ້ນ ຫວຽດນາມ ຍັງບໍ່ທັນມີຂະແຫນງອຸດສາຫະກຳປາຍແຫລມ ສວມບົດບາດເຈົ້າພາທາງ, ມີຫລາຍຂະແຫນງອຸດສາຫະກຳໃຫ້ບຸລິມະສິດພັດທະນາບໍ່ບັນລຸໄດ້ຄາດໝາຍວາງອອກ, ແຫລ່ງຊັບພະຍາກອນມະນຸດຄຸນນະພາບສູງ ຍັງບໍ່ທັນຕອບສະຫນອງໄດ້ຄວາມຮຽກຮ້ອງຕ້ອງການ.  ຈາກສິ່ງດັ່ງກ່າວ ທ່ານນາຍົກລັດຖະມົນຕີ ປາດຖະຫນາວ່າ: ຫວຽດນາມ  ຄວນກຳໄດ້ການຫັນທິດຂອງບັນດານັກລົງທຶນ, ບັນດາບໍລິສັດຜະລິດເພື່ອໃຫ້ຫວຽດນາມ ກາຍເປັນສະຖານທີ່ຜະລິດ ອາດຈະເປັນຂອງ ອາຊີ, ຂອງໂລກ ຫລື ຂອງ ອາຊຽນ.

ກ່ຽວກັບເປົ້າໝາຍພັດທະນາອຸດສາຫະກຳຫນູນຊ່ວຍຢູ່ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ເນັ້ນຫນັກຢ່າງແຮງວ່າ ຮອດປີ 2020 ຫວຽດນາມ ມີຜະລິດຕະພັນອຸດສາຫະກຳມີຄວາມສາມາດແກ່ງແຍ້ງສູງ.

ຕອບສະໜອງຄວາມຕ້ອງການທີ່ຈໍາເປັນໃຫ້ແກ່ການຜະລິດ, ການບໍລິໂພກພາຍໃນປະເທດ ໄດ້ 45%; ກວມເອົາປະມານ 11% ມູນຄ່າ ຜະລິດທົ່ວຂະແໜງອຸດສາຫະກໍາ; ມີວິສາຫະກິດປະມານ 1000 ແຫ່ງ ມີກໍາລັງຄວາມສາມາດສະໜອງ ຢ່າງພຽງພໍ ໃຫ້ບັນດາວິສາຫະກິດຕິດຕັ້ງ ແລະ ກຸ່ມບໍລິສັດນານາຊາດ ຢູ່ຫວຽດນາມ. ຮອດປີ 2030, ຜະລິດຕະພັນ ອຸດສາຫະກໍາໜູນຊ່ວຍ ຈະຕອບສະໜອງຄວາມຕ້ອງການໃຫ້ແກ່ການຜະລິດ, ການບໍລິໂພກພາຍໃນໄດ້ 70%; ກວມເອົາປະມານ 14% ມູນຄ່າ ຜະລິດທົ່ວຂະແໜງອຸດສາຫະກໍາ; ມີວິສາຫະກິດປະມານ 2000 ແຫ່ງ ມີກໍາລັງຄວາມສາມາດສະໜອງ ຢ່າງພຽງພໍ ໃຫ້ບັນດາວິສາຫະກິດຕິດຕັ້ງ ແລະ ກຸ່ມບໍລິສັດນານາຊາດ ຢູ່ຫວຽດນາມ. ທ່ານ ນາຍົກລັດຖະມົນຕີ ໄດ້ເນັ້ນໜັກເຖິງ ວິທີການແກ້ໄຂຕົ້ນຕໍຂອງອຸດສາຫະກໍາສໍາຮອງ, ທ່ານ ຫງວຽນຊວນຟຸກ ຊີ້ແຈ້ງວ່າ:

        “ການພັດທະນາບັນດາວິສາຫະກິດອຸດສາຫະກໍາພວກເອກະຊົນພາຍໃນປະເທດ ໄດ້ກາຍເປັນກໍາລັງໜູນສໍາຄັນໃນການພັດທະນາປະເທດເວົ້າລວມ ແລະ ຄວນເອົາໃຈໃສ່ເປັນພິເສດເຖິງການ Start up ຢ່າງມີຫົວຄິດປະດິດສ້າງ, ກໍານົດທິດລົງທຶນ ເຂົ້າຂະແໜງອຸດສາຫະກໍາໜູນຊ່ວຍ ຢ່າງແທ້ຈິງ”.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ການສັບສ້ອນ, ຫັນກົງຈັກເປັນກະທັດລັດ, ຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ແມ່ນລຸລ່ວງໂດຍພື້ນຖານແລ້ວ

Top