• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີຫງວຽນຊວນຟຸກພົບປະ 2 ຝ່າຍຢູ່ນອກກອງປະຊຸມສະມັດຊາໃຫຍ່ສປຊຄັ້ງທີ 73

ໂດຍສືບຕໍ່ບັນດາການເຄື່ອນໄຫວນອນໃນຂອບເຂດການເຂົ້າຮ່ວມວາລະປຶກສາຫາລືຮ່ວມ ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດຄັ້ງທີ 73 ຢູ່ນິວຢອກ, ປະເທດອາເມລິກາ, ວັນທີ 27 ກັນຍາ 2018.


ທ່ານປະທານສະພາແຫ່ງລັດ ແລະ ລັດຖະມົນຕີກູບາ Miguel Diaz Canel

(ພາບ: VGP)

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ມີການພົບປະກັບປະທານສະພາແຫ່ງລັດ ແລະ ລັດຖະມົນຕີກູບາ, ປະທານາທິບໍດີບຸນກາຣີ, ປະທານາທິບໍດີກຣົວຊີ, ນາຍົກລັດຖະມົນຕີ ຟິຈິ ແລະ ນາຍົກລັດຖະມົນຕີ ແຊັງລຸຍຊີ.

        ທີ່ການພົບປະກັບທ່ານປະທານສະພາແຫ່ງລັດ ແລະ ລັດຖະມົນຕີກູບາ Miguel Diaz Canel, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ສະເໜີໃຫ້ 2 ຝ່າຍສືບຕໍ່ປັບປຸງບັນດາກົນໄກຮ່ວມມື, ແລກປ່ຽນບົດຮຽນ, ຍົກສູງປະສິດທິຜົນບັນດາໂຄງການຮ່ວມມືທີ່ມີຢູ່ແລ້ວກ່ຽວກັບດ້ານການຄ້າ, ການລົງທຶນ, ກະສິກຳ, ການສຶກສາ…

        ທີ່ການພົບປະເຈລະຈາກັບທ່ານປະທານາທິບໍດີບຸນກາຣີ Rumen Radev, ທ່ານນາຍົກລັດຖະມົນຕີສະເໜີໃຫ້ບຸນກາຣີ ສືບຕໍ່ສົ່ງເສີມບັນດາວິສາຫະກິດຂອງຕົນຊອກຫາກາລະໂອກາດລົງທຶນດຳເນີນທຸລະກິດຢູ່ຫວຽດນາມ;  ປາດຖະໜາວ່າ ບຸນກາຣີ ສະໜັບສະໜູນ ແລະ ຊຸກຍູ້ອີຢູ ລົງນາມໃນສັນຍາການຄ້າເສລີຫວຽດນາມ - ອີຢູ (EVFTA) ໃນປີ 2018 ໂດຍໄວ.

        ທີ່ການພົບປະກັບທ່ານປະທານາທິບໍດີກຣົວຊີ Kolinda Grabar Kitarovic, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ ພ້ອມແລ້ວທີ່ຈະສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາວິສາຫະກິດກຣົວຊີ ຊອກຮູ້ຕະຫຼາດ, ລົງທຶນ, ດຳເນີນທຸລະກິດຢູ່ຫວຽດນາມ, ພ້ອມທັງສະເໜີໃຫ້ 2 ຝ່າຍເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນກະຊວງ, ຂະແໜງການ, ວິສາຫະກິດ ແລະ ສົ່ງເສີມດ້ານການຄ້າ, ການລົງທຶນ.

        ທີ່ການພົບປະກັບນາຍົກລັດຖະມົນຕີ ຟີຈິ, ທ່ານ Josaia Voreqe Bainimarama, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນກັບ ຟີຈິ ໃນບັນດາຂົງເຂດກະສິກຳ, ປູກເຂົ້າຮັບປະກັນຄວາມປອດໄພດ້ານສະບຽງອາຫານ… 2 ຝ່າຍເຫັນດີເພີ່ມທະວີການສົມທົບກັນຢ່າງແໜ້ນແຟ້ນໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ນ້ຳທະເລຂຶ້ນສູງ…

        ເມື່ອແລກປ່ຽນກັບນາຍົກລັດຖະມົນຕີ ແຊັງລຸຍຊ, ທ່ານ Allen Chastanet, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີໃຫ້ 2 ຝ່າຍເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ໂດຍສະເພາະແມ່ນຂັ້ນສູງ ແລະ ພິຈາລະນາສ້າງຕັ້ງບາງກົນໄກຮ່ວມມື 2 ຝ່າຍ ແລະ ສ້າງເງື່ອນໄຂເພື່ອໃຫ້ວິສາຫະກິດ 2 ຝ່າຍຊອກຮູ້ຕະຫຼາດ ແລະ ກາລະໂອກາດດຳເນີນທຸລະກິດ.

        ແລະໃນຕອນບ່າຍວັນທີ 27 ກັນຍາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ມີບັນດາການພົບປະກັບທ່ານປະທານສະມັດຊາໃຫຍ່ສປຊ, ເລຂາທິການໃຫຍ່ສະຫະປະຊາຊາດ; ພົບປະກັບພະນັກງານ, ພາລະກອນສະຖານທູດຫວຽດນາມ ປະຈຳອາເມລິກາ, ປະຊາຄົມຊາວຫວຽດນາມ, ນັກຮຽນດີເດັ່ນ ແລະ ເພື່ອນມິດອາເມລິກາ ຢູ່ນິວຢອກ.

        ຕອນຄ່ຳວັນທີ 27 ກັນຍາ, ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ສິ້ນສຸດການເຂົ້າຮ່ວມວາລະປຶກສາຫາລືຮ່ວມ ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດຄັ້ງທີ 73 ຢູ່ນິວຢອກ ຢ່າງຈົບງາມ ແລະ ກັບເມືອປະເທດ.

(​ແຫຼ່ງຄັດ​ຈາກ VOV)


ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top