• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີຫງວຽນຊວນຟຸກພົບປະກັບນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ

      ຕອນບ່າຍວັນທີ  4 ເມສາ, ຕາມເວລາຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ນໍາໜ້າຄະນະຜູ້ແທນຫວຽດນາມ ໄປຮອດສະໜາມບິນສາກົນ ຊຽມຣຽບ, ແຫ່ງລາຊະອານາຈັກ ກຳປູເຈຍ, ເລີ່ມຕົ້ນການເຄື່ອນໄຫວເຂົ້າຮ່ວມກອງປະຊຸມສຸດຍອດ ຄະນະກຳມາທິການ ແມ່ນ້ຳຂອງສາກົນ ຄັ້ງທີ 3.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ  ທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ
      ຕອນບ່າຍວັນທີ  4 ເມສາ, ຢູ່ນອກ ກອງປະຊຸມສຸດຍອດ ຄະນະກຳມາທິການ ແມ່ນ້ຳຂອງສາກົນ ຄັ້ງທີ 3, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ພົບປະກັບທ່ານນາຍົກລັດຖະມົນຕີ ແຫ່ງ ສປປ.ລາວ ທອງລຸນ ສີສຸລິດ. ທີ່ການພົບປະ, ນາຍົກລັດຖະມົນຕີ ທັງ 2 ທ່ານ ໄດ້ເຫັນດີນຳກັນວ່າ ໃນໄລຍະທີ່ຈະມາເຖິງ, 2 ຝ່າຍຄວນຕັ້ງຜັນຂະຫຍາຍບັນດາຂໍ້ຕົກລົງທີ່ບັນດາການຢ້ຽມຢາມກັນຂອງການນຳຂັ້ນສູງ 2 ປະເທດ ແລະ ໝາກຜົນກອງປະຊຸມຮ່ວມມືທະວີພາຄີລະຫວ່າງລັດຖະບານຫວຽດນາມ ແລະ ລັດຖະບານລາວ, 2 ຝ່າຍນຳສະເໜີບັນດາວິທີການແກ້ໄຂບຸກທະລຸເພື່ອຍົກສູງປະສິດທິຜົນການຮ່ວມມືລະຫວ່າງ 2 ປະເທດໃນປີ 2018, ຊຸກຍູ້ຜັນຂະຫຍາຍບັນດາເນື້ອໃນໃນສັນຍາຮ່ວມມືລາວ-ຫວຽດນາມໄລຍະ 2016-2020.
      ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ສະເໜີທ່ານນາຍົກ ລັດຖະມົນຕີລາວ ທອງລຸນ ສີສຸລິດ ຈົ່ງເອົາໃຈໃສ່, ສ້າງເງື່ອນໄຂຊຸກຍູ້ການລົງທຶນຂອງບັນດາວິສາຫະກິດຫວຽດນາມຢູ່ລາວ; ເອົາໃຈໃສ່ຊີ້ນຳການປະຕິບັດສັນຍາວ່າດ້ວຍການຮ່ວມມມືທາງດ້ານແຮງງານ, ຊຸກຍູ້ການຫັນລະບຽບການເປັນງ່າຍດາຍ, ຫຼຸດຜ່ອນຄ່າທຳນຽມອອກບັດແຮງງານ່, ສ້າງເງື່ອນໄຂໃຫ້ຊາວຫວຽດນາມອາໄສຢູ່ລາວເຂົ້າສັນຊາດລາວ, ພ້ອມທັງສ້າງເງື່ອນໄຂສ້າງຕັ້ງສະມາຄົມຊາວຫວຽດນາມຢູ່ບາງແຂວງຂອງລາວ. 
 (ແຫຼ່ງຄັດຈາກ VOV)

ກອງປະຊຸມທົ່ວປະເທດຄົ້ນຄ້ວາ, ຊາບຊຶມມະຕິກອງປະຊຸມສູນກາງພັກຄັ້ງທີ 8 ຊຸດທີ XIII

ກອງປະຊຸມທົ່ວປະເທດຄົ້ນຄ້ວາ, ຊາບຊຶມມະຕິກອງປະຊຸມສູນກາງພັກຄັ້ງທີ 8 ຊຸດທີ XIII

ທ່ານປະທານປະເທດ ຫວໍວັນເຖືອງ, ເນັ້ນໜັກວ່າ: ສິດເປັນເຈົ້າຂອງປະຊາຊົນນັບມື້ນັບໄດ້ຮັບຖືເປັນສຳຄັນ, ແທດຈິງ, ພິເສດແມ່ນປະຊາທິປະໄຕໂດຍກົງ, ປະຊາທິປະໄຕຮາກຖານ.

Top