• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບເອກອັກຄະລັດຖະທູດອັງກິດ

ຕອນບ່າຍ ວັນທີ 6 ມິຖຸນາ,  ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Giles Lever ເອກອັກຄະລັດຖະທູດອັງກິດປະຈຳຫວຽດນາມ ເຂົ້າຢ້ຽມອຳລາ ເນື່ອງໃນໂອກາດສິ້ນສຸດການປະຕິບັດໜ້າທີ່ທາງການທູດຢູ່ຫວຽດນາມ.


ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກຕ້ອນຮັບ
ທ່ານ Giles Lever ເອກອັກຄະລັດຖະທູດອັງກິດປະຈຳຫວຽດນາມ

(ພາບ: VOV)

ທ່ານນາຍົກລັດຖະມົນຕີຫວຽດນາມ ໄດ້ຕີລາຄາສູງຕໍ່ບັນດາການປະກອບສ່ວນຢ່າງຕັ້ງໜ້າ ແລະ ມີປະສິດທິຜົນຂອງທ່ານເອກອັກຄະລັດຖະທູດໃນການຫັນ ແລະ ຜັນຂະຫຍາຍບັນດາມາດຕະການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດເປັນລະອຽດ. ສອງປະເທດຄວນສົມທົບກັນຈັດຕັ້ງກອງປະຊຸມຄະນະກຳມະການເສດຖະກິດ - ການຄ້າຫວຽດນາມ - ອັງກິດ (JETCO) ທີ່ຈະມາເຖິງໃຫ້ເປັນຢ່າງດີ. ທ່ານນາຍົກລັດຖະມົນຕີຫວຽດນາມ ກໍໃຫ້ຮູ້ວ່າ ຫວຽດນາມປາດຖະໜາຢາກສືບຕໍ່ໄດ້ຮັບການສະໜັບສະໜູນຂອງອັງກິດຜ່ານກອງທຶນ ທິ້ງເວື້ອງ (ວັດທະນາຖາວອນ), ພິເສດແມ່ນໃນບັນດາຂົງເຂດຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ສິ່ງແວດລ້ອມ, ເຕັກໂນໂລຢີຂຽວ, ຄົ້ນຄວ້າວິທະຍາສາດ… ພ້ອມທັງເນັ້ນໜັກ ປີ 2018, ສອງປະເທດຈະສະເຫຼີມສະຫຼອງ 45 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ, ສະນັ້ນ ທ່ານນາຍົກລັດຖະມົນຕີສະເໜີໃຫ້ສອງປະເທດ ຈົ່ງເພີ່ມທະວີບັນດາການເຄື່ອນໄຫວພົບປະແລກປ່ຽນ, ປະກອບສ່ວນເຂົ້າໃນການເພີ່ມທະວີນ້ຳໃຈມິດຕະພາບ ແລະ ຄວາມເຂົ້າເຂົ້າອົກໃຈເຊິ່ງກັນແລະກັນລະຫວ່າງສອງຊາດ.

        ສ່ວນທ່ານເອກອັກຄະລັດຖະທູດ Giles Lever ໃຫ້ຂໍ້ສັງເກດວ່າ ຫວຽດນາມບັນລຸໄດ້ໝາກຜົນຫຼາຍຢ່າງກ່ຽວກັບການປັບປຸງສະພາບແວດລ້ອມການແຫ່ງການດຳເນີນທຸລະກິດ ແລະ ລັດຖະບານອັງກິດຈະໜູນຊ່ວຍດ້ານເຕັກນິກໃນຂົງເຂດດັ່ງກ່າວໃຫ້ແກ່ຫວຽດນາມ. ເນັ້ນໜັກວ່າ ການສຶກສາ ແລະ ບໍາລຸງສ້າງ ແມ່ນຂົງເຂດບຸລິມະສິດໃນການຮ່ວມມື, ທ່ານເອກອັກຄະລັດຖະທູດໃຫ້ຮູ້ວ່າ ອັງກິດຈະເພີ່ມຈຳນວນທຶນການສຶກສາໃຫ້ນັກສຶກສາຫວຽດນາມ. ພ້ອມທັງຢັ້ງຢືນວ່າ ອັງກິດຈະສະໜັບສະໜູນເລື່ອງຮັບປະກັນຄວາມໝັ້ນຄົງ, ເສລີໃນການເດີນທະເລ, ການບິນຢູ່ທະເລຕາເວັນອອກ, ດ້ວຍການປະຕິບັດສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ.

(ແຫຼ່ງຄັດຈາກ VOV)


ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 28 ຕຸລາ, ຢູ່ ກົວລາ ລຳເປີ ປະເທດ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍບັນດາການນຳ ອາຊຽນ ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຈີນ ຄັ້ງທີ 28.

Top