• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາງ ຫງວຽນທຸກຖຸ່ຍຕຽນ-ຜູ້ຕາງໜ້າຂອງ ຫວຽດນາມ ໄດ້ຮັບນາມມະຍົດນາງງາມສັນຕິພາບສາກົນ 2021 (Miss Grand International 2021)

      ນາງ ຫງວຽນທຸກຖຸ່ຍຕຽນ ກໍ່ຍາດໄດ້ໄຊະນະຫຼາຍທີສຸດໃນການຄັດເລືອກໃນການແຂ່ງຂັນປີນີ້.
ນາງ ຫງວຽນທຸກຖຸ່ຍຕຽນ-ຜູ້ຕາງໜ້າຂອງ ຫວຽດນາມ ໄດ້ຮັບນາມມະຍົດນາງງາມສັນຕິພາບສາກົນ 2021
(ພາບ: BTC/VOV)
      ນາງ ຫງວຽນທຸກຖຸ່ຍຕຽນ--ຜູ້ຕາງໜ້າຂອງ ຫວຽດນາມ ໄດ້ເອົາຊະນະຕໍ່ຜູ້ເຂົ້າຮ່ວມງານປະກວດ 59 ຄົນ ຮັບນາມມະຍົດນາງງາມສັນຕິພາບສາກົນ 2021 ໃນງານປະກວດຮອບຊິງຊະນະເລີດ ດຳເນີນໃນຕອນຄ່ຳວັນທີ 04 ທັນວາ ຢູ່ ໄທ.
ທີ່ງານປະກວດຮອບຊິງຊະນະເລີດ, ໃນການບັນລະຍາຍກ່ຽວກັບຫົວເລື່ອງຢຸດຕິການໃຊ້ຄວາມຮຸນແຮງ, ສົງຄາມ, ນາງງາມຂອງຫວຽດນາມ ໄດ້ສະແດງຄວາມເຊື່ອໝັ້ນເມື່ອຮຽກຮ້ອງທຸກຄົນຈົ່ງສາມັກຄີ, ຮ່ວມແຮງຮ່ວມໃຈປົກປ້ອງໂລກ, ແບ່ງປັນຄວາມຮັກເພື່ອສ້າງກຳລັງແຮງຢ່າງໃຫຍ່ຫຼວງກວ່າ, ມຸ່ໄປເຖິງໂລກທີ່ດີງາມກວ່າ. ໃນຕະຫຼອດການເຂົ້າຮ່ວມງານແຂ່ງຂັນ, ນາງ ຫງວຽນທຸກຖຸ່ຍຕຽນ ໄດ້ຮັບການຕີລາຄາສູງ. ນາງ ຫງວຽນທຸກຖຸ່ຍຕຽນ ກໍ່ຍາດໄດ້ໄຊະນະຫຼາຍທີສຸດໃນການຄັດເລືອກໃນການແຂ່ງຂັນປີນີ້.
 (ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ ອາ​ຊຽນ ເສີມ​ຂະ​ຫຍາຍ​ 3 ກົກ​ເຄົ້າແຫຼ່ງ​ກຳ​ລັງ​ແຮງຍຸດ​ທະ​ສາດ​ຢ່າງ​ແຮງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ ອາ​ຊຽນ ເສີມ​ຂະ​ຫຍາຍ​ 3 ກົກ​ເຄົ້າແຫຼ່ງ​ກຳ​ລັງ​ແຮງຍຸດ​ທະ​ສາດ​ຢ່າງ​ແຮງ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ “ກວມລວມ ແລະ ຍືນຍົງ” ແມ່ນການຄັດເລືອກ ແລະ ຄວາມຮຽກຮ້ອງຕ້ອງການຍຸດທະສາດຂອງ ອາຊຽນ, ພ້ອມທັງສະເໜີໃຫ້ ອາຊຽນ ເສີມຂະຫຍາຍສາມກົກເຄົ້າແຫຼ່ງກຳລັງຍຸດທະສາດຢ່າງແຮງ.

Top