• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນັບ​ແຕ່​ຕົ້ນ​ປີ, ຫວຽດ​ນາມ ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ​ກວ່າ 12,7 ລ້ານ​ເທື່ອ​ຄົນ

ຈຳນວນແຂກທ່ອງທ່ຽວສາກົນທັງໝົດທີ່ມາທ່ຽວ ຫວຽດນາມ ໃນ 9 ເດືອນຜ່ານມາບັນລຸກວ່າ 12,7 ລ້ານເທື່ອຄົນ, ເພີ່ມຂຶ້ນ 43% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
ແຂກທ່ອງທ່ຽວຢ້ຽມຢາມ ວັນໝຽວກວັກຕື໋ຢາມ (ພາບ: dangcongsan.vn)

ຕາມຂໍ້ມູນຈາກກົມທ່ອງທ່ຽວແຫ່ງຊາດ ຫວຽດນາມ, ຂຶ້ນກັບກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ປະກາດໃນວັນທີ 06 ຕຸລາ, ຫວຽດນາມ ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນເກືອບ 1,3 ລ້ານເທື່ອຄົນ ໃນເດືອນກັນຍາ. ຈຳນວນແຂກທ່ອງທ່ຽວສາກົນທັງໝົດທີ່ມາທ່ຽວ ຫວຽດນາມ ໃນ 9 ເດືອນຜ່ານມາບັນລຸກວ່າ 12,7 ລ້ານເທື່ອຄົນ, ເພີ່ມຂຶ້ນ 43% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ລາຍຮັບຈາກການທ່ອງທ່ຽວໃນ 9 ເດືອນຂອງປີ 2024 ນີ້ ຄາດວ່າບັນລຸ 45.600 ຕື້ດົ່ງ (1,84 ຕື້ USD), ເພີ່ມຂຶ້ນ 16,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

ກ່ຽວກັບຂອບຂະໜາດການຕະຫຼາດ,  ສ.ເກົາຫຼີ ສືບຕໍ່ແມ່ນຕະຫຼາດທີ່ມີຈຳນວນແຂກທ່ອງທ່ຽວມາ ຫວຽດນາມ ຫຼາຍສຸດໃນ 9 ເດືອນຜ່ານມາ  ກວມເອົາ 26,5%. ຖັດມາແມ່ນ ຈີນ ກວມເອົາ 21,3%.  ນອນໃນກຸ່ມ 10 ຕະຫຼາດໃຫຍ່ສຸດຂອງການທ່ອງທ່ຽວ ຫວຽດນາມ ຍັງມີ ອົດສະຕາລີ, ອິນເດຍ, ກຳປູເຈຍ ແລະ ໄທ.

(ແຫຼ່ງຄັດຈາກ VOV)

ນຳ​ວິ​ທະ​ຍາ​ຄານ​ປ້ອງ​ກັນ​ຊາດ ກາຍ​ເປັນ​ສູນ​ເສ​ນາ​ທິ​ການ​ຍຸດ​ທະ​ສາດ ແຖວ​ໜ້າ​ກ່ຽວ​ກັບ​ການ​ທະ​ຫານ, ການ​ປ້ອງ​ກັນ​ຊາດ

ນຳ​ວິ​ທະ​ຍາ​ຄານ​ປ້ອງ​ກັນ​ຊາດ ກາຍ​ເປັນ​ສູນ​ເສ​ນາ​ທິ​ການ​ຍຸດ​ທະ​ສາດ ແຖວ​ໜ້າ​ກ່ຽວ​ກັບ​ການ​ທະ​ຫານ, ການ​ປ້ອງ​ກັນ​ຊາດ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ສະ​ເໜີ ສະ​ຖາ​ບັນ​ສ້າງ​ບາດ​ກ້າວ​ບຸກ​ທະ​ລຸ​ກ່ຽວ​ກັບ​ຄຸນ​ນະ​ພາບ​ການ​ບຳ​ລຸງ​ສ້າງ​ພະ​ນັກ​ງານບັນ​ດາ​ຍຸດ​ທະ​ສາດ ແລະ ພະ​ນັກ​ງານ​ຂັ້​ນ​ສູງ​ຂອງ​ພັກ, ລັດ, ກຳ​ລັງ​ປະ​ກອບ​ອາ​ວຸດ​ຕິດ​ພັນ​ກັບ​ການ​ຍົກ​ສູງ​ຄຸນ​ນະ​ພາບ​ການ​ຄົ້ນ​ຄ້​ວາ​ວິ​ທະ​ຍ​ສາດ.

Top