• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນັກ​ຊ່ຽວ​ຊານ ລັດ​ເຊຍ: ຫວຽດ​ນາມ ສາ​ມາດ​ເປັນ​ຂົວ​ຕໍ່​ການ​ຄ້າ​ລະ​ຫວ່າງ ສະ​ຫະ​ພັນ​ເສດ​ຖະ​ກິດ ອາ​ຊີ - ເອີ​ຣົບ ກັບ ອາ​ຊຽນ

ດ້ວຍບົດບາດເປັນປະເທດທຳອິດທີ່ເຊັນສັນຍາການຄ້າເສລີ (FTA) ກັບ EAEU, ຫວຽດນາມ ສາມາດເປັນຂົວຕໍ່ ແລະ ສ້າງປະຖົມປັດໄຈໃຫ້ແກ່ປະເທດທີ່ເຂົ້າຮ່ວມສັນຍາ FTA ທີ່ກວ້າງໃຫຍ່ກວ່າ ລະຫວ່າງ EAEU ກັບ ອາຊຽນ.
ທ່ານ Anton Viktorovich Bredikhin, ນັກວິທະຍາສາດການເມືອງ, ບັນນາທິການໃຫຍ່ ວາລະສານວິທະຍາສາດ Arkhont ຂອງ ລັດເຊຍ ຕອບສຳພາດຕໍ່ນັກຂ່າວ ຫວຽດນາມ (ພາບ: TTXVN)

ຫວຽດນາມ ແມ່ນແບບຢ່າງທີ່ພົ້ນເດັ່ນກ່ຽວກັບການເຊື່ອມໂຍງລະຫວ່າງ ອາຊີ ກັບ ເອີຣົບ ແລະ ອາດຈະເປັນຂົວຕໍ່ແກ່ການຄ້າເສລີລະຫວ່າງ ສະຫະພັນເສດຖະກິດ ອາຊີ - ເອີຣົບ (EAEU) ກັບ ອາຊຽນ. ນັ້ນແມ່ນຄຳຢືນຢັນຂອງທ່ານ Anton Viktorovich Bredikhin, ນັກວິທະຍາສາດການເມືອງ, ບັນນາທິການໃຫຍ່ ວາລະສານວິທະຍາສາດ Arkhont ຂອງ ລັດເຊຍ.

        ເມື່ອແລກປ່ຽນກັບນັກຂ່າວສຳນັກຂ່າວສານ ຫວຽດນາມ ປະຈຳ ສະຫະພັນ ລັດເຊຍ, ທ່ານ Bredikhin ຖືວ່າ ປັດຈຸບັນ, ສະຫະພັນເສດຖະກິດ ອາຊີ - ເອີຣົບ ບໍ່ພຽງແຕ່ແມ່ນເວທີເຊື່ອມໂຍງຂອງບັນດາປະເທດໃນໄລຍະຫຼັງສະຫະພາບ ໂຊວຽດ ເທົ່ານັ້ນ ຫາກຍັງແມ່ນເວທີຂອງບັນດາປະເທດອື່ນຄື ຫວຽດນາມ, ສິງກະໂປ, ເຊີເບຍ ອີກດ້ວຍ. ໃນນັ້ນ, ດ້ວຍບົດບາດເປັນປະເທດທຳອິດທີ່ເຊັນສັນຍາການຄ້າເສລີ (FTA) ກັບ EAEU, ຫວຽດນາມ ສາມາດເປັນຂົວຕໍ່ ແລະ ສ້າງປະຖົມປັດໄຈໃຫ້ແກ່ປະເທດທີ່ເຂົ້າຮ່ວມສັນຍາ FTA ທີ່ກວ້າງໃຫຍ່ກວ່າ ລະຫວ່າງ EAEU ກັບ ອາຊຽນ.

(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top