• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນັກ​ຊ່ຽວ​ຊານ ຈີນ: ກອງ​ປະ​ຊຸມໃຫຍ່​ຄັ້​ງ​ທີ XIV ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ບັນ​ລຸ​ປະ​ສິດ​ທິ​ຜົນ​ສູງ, ແທດ​ຈິງ

“ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ແມ່ນກອງປະຊຸມໃຫຍ່ແຫ່ງການກະທຳດ້ວຍຫຼາຍເນື້ອໃນແທດຈິງ ແລະ ມີປະສິດທິຜົນສູງ”.
ທ່ານ ສຈ. ສຸຍລິຜິງ, ຫົວໜ້າສູນຄົ້ນຄວ້າອາຊີຕາເວັນອອກສ່ຽງໃຕ້ ຂຶ້ນກັບສະຖາບັນຄົ້ນຄວ້າຍຸດທະສາດທົ່ວໂລກ ແລະ ອາຊີ - ປາຊີຟິກ ຕອບສຳພາດຕໍ່ນັກຂ່າວ VOV

ນີ້ແມ່ນຂໍ້ສັງເກດຂອງທ່ານ ສຈ. ສຸຍລິຜິງ, ຫົວໜ້າສູນຄົ້ນຄວ້າອາຊີຕາເວັນອອກສ່ຽງໃຕ້ ຂຶ້ນກັບສະຖາບັນຄົ້ນຄວ້າຍຸດທະສາດທົ່ວໂລກ ແລະ ອາຊີ - ປາຊີຟິກ (CASS), ສະຖານບັນວິທະຍາສາດສັງຄົມ ຈີນ, ໃນການແລກປ່ຽນກັບນັກຂ່າວ VOV ປະຈຳ ຈີນ ກ່ຽວກັບໝາກຜົນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV (ກອງປະຊຸມໃຫຍ່ຄັ້ງທີ XIV) ຂອງພັກກອມມູນິດ ຫວຽດນາມ ທີ່ຫາກໍ່ດຳເນີນແຕ່ວັນທີ 19 – 23 ມັງກອນ ຢູ່ຮ່າໂນ້ຍ. ເມື່ອຕີລາຄາກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມນູດ ຫວຽດນາມ, ສຈ. ສຸຍລິຜິງ ຖືວ່າ ໝາກຜົນທີ່ກອງປະຊຸມໃຫຍ່ບັນລຸໄດ້ແມ່ນອຸດົມສົມບູນທີ່ສຸດ, ກ່ອນອື່ນໝົດໄດ້ສະແດງຜ່ານການຮັບຮອງເອົາເອກະສານສະບັບຕ່າງໆທີ່ມີລັກສະນະປ່ຽນແປງໃໝ່, ນຳໜ້າ ແລະ ສືບທອດ. ນອກຈາກນັ້ນແລ້ວ, ເລື່ອງກອງປະຊຸມໃຫຍ່ສິ້ນສຸດລົງໄວກວ່າຄາດຄະເນ ໜຶ່ງມື້ເຄິ່ງ ກໍສະແດງໃຫ້ເຫັນລັກສະນະແທດຈິງ ແລະ ມີປະສິດທິຜົນ, ພ້ອມທັງສະແດງໃຫ້ເຫັນຄວາມເຫັນດີເຫັນພ້ອມສູງຂອງບັນດາຜູ້ແທນຕໍ່ຈິດໃຈຂອງກອງປະຊຸມໃຫຍ່. ກ່ຽວກັບແນວທາງການຕ່າງປະເທດຂອງ ຫວຽດນາມ ໂດຍກອງປະຊຸມໃຫຍ່ຄັ້ງທີ XIV ວາງອອກ, ສຈ. ສຸຍລິຜິງ ໃຫ້ຂໍ້ສັງເກດວ່າ:

        “ກອງປະຊຸມໃຫຍ່ຄັ້ງນີ້ໄດ້ຍົກໃຫ້ເຫັນຢ່າງຈະແຈ້ງການປະສານສົມທົບລະຫວ່າງການຕ່າງປະເທດ, ການພັດທະນາເສດຖະກິດ - ສັງຄົມ ກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ທັງປະຕິບັດຫຼັກການແຕ່ຍັງສະແດງລັກສະນະຂະຫຍັນຂັນເຄື່ອນ. ຂ້າພະເຈົ້າຖືວ່າ ສິ່ງນີ້ເໝາະສົມກັບຍຸດທະສາດປັດຈຸບັນຂອງ ຫວຽດນາມ ທີ່ສຸດ, ແນໃສ່ຮັບໃຊ້ສອງເປົ້າໝາຍ 100 ປີ. ສິ່ງນີ້ກໍຊີ້ໃຫ້ເຫັນການປ່ຽນແປງໃໝ່ ແລະ ລັກສະນະຕົວຈິງ, ເພື່ອແນໃສ່ຊ່ວຍ ຫວຽດນາມ ບັນລຸໄດ້ການພັດທະນາຍາວນານ ແລະ ສະຖຽນລະພາບກວ່າໃນອະນາຄົດ”.


(ແຫຼ່ງຄັດຈາກ VOV)

ລັດ​ເຊຍ, ຢູ​ແກຼນ ແລະ ອາ​ເມ​ລິ​ກາ ຈັດ​ຕັ້ງ​ການ​ເຈ​ລະ​ຈາ​ສາມ​ຝ່າຍ​ຢູ່ UAE

ລັດ​ເຊຍ, ຢູ​ແກຼນ ແລະ ອາ​ເມ​ລິ​ກາ ຈັດ​ຕັ້ງ​ການ​ເຈ​ລະ​ຈາ​ສາມ​ຝ່າຍ​ຢູ່ UAE

ບັນດາການພົບປະເຈລະຈາໄດ້ແກ່ຍາວ 2 ວັນ, ເຊິ່ງເປັນສ່ວນໜຶ່ງໃນບັນດາຄວາມມານະພະຍາຍາມພວມດຳເນີນ ແນໃສ່ຊຸກຍູ້ການເຈລະຈາ ແລະ ຊອກຫາບັນດາມາດຕະການທາງການເມືອງໃຫ້ແກ່ການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ.

Top