• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນັກ​ຊ່ຽວ​ຊານ ກາ​ນາ​ດາ ຕີ​ລາ​ຄາ​ສູງ​ ຫວຽດ​ນາມ ໃນ​ບົດ​ບາດ​ເປັນ​ປະ​ທານ ອາ​ຊຽນ

ຫວຽດນາມ ໄດ້ຍາດແຍ່ງເອົາກາລະໂອກາດໃນການເປັນປະທານ ອາຊຽນ ເພື່ອກາຍເປັນຂົວເຊື່ອມຕໍ່ສະໜິດຕິດພັນກັບ ອາຊຽນ, ກໍຄືບັນດາຄູ່ຮ່ວມເຈລະຈາຂອງກຸ່ມນີ້. 
 
ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ - ການາດາ ຖືກດຳເນີນໃນວັນທີ 10 ກັນຍາ, ໃນຂອບເຂດກອງປະຊຸມ AMM 53 (ພາບ: baoquocte.vn)

 ເມື່ອຕອບສຳພາດຕໍ່ນັກຂ່າວ ສຳນັກຂ່າວສານຫວຽດນາມ ປະຈຳ ການາດາ, ທ່ານ Jonathan Berkshire Miller, ປະທານ ສະພານະໂຍບາຍສາກົນ, ນັກຊ່ຽວຊານຂັ້ນສູງຂອງ ກອງທຶນ ອາຊີ - ປາຊີຟິກ ຂອງ ການາດາ ຖືວ່າ ຫວຽດນາມ ໄດ້ຍາດແຍ່ງເອົາກາລະໂອກາດໃນການເປັນປະທານ ອາຊຽນ ເພື່ອກາຍເປັນຂົວເຊື່ອມຕໍ່ສະໜິດຕິດພັນກັບ ອາຊຽນ, ກໍຄືບັນດາຄູ່ຮ່ວມເຈລະຈາຂອງກຸ່ມນີ້. ທ່ານຕີລາຄາສູງຕໍ່ບົດບາດຂອງ ຫວຽດນາມ ຂະນະທີ່ຕ້ອງສືບຕໍ່ດັດສົມການພົວພັນກັບ ຈີນ, ພ້ອມທັງມານະພະຍາຍາມປັບປຸງການພົວພັນຄູ່ຮ່ວມມືໃນ ອາຊຽນ ແລະ ກວ້າງກວ່ານັ້ນ ແມ່ນຢູ່ພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ.

        ທ່ານ Luis Silva, ນັກຊ່ຽວຊານດ້ານການພົວພັນຂອງລັດຖະບານ ການາດາ ໄດ້ສະແດງຄວາມປະເອີບໃຈຕໍ່ແງ່ຫວັງໃນການຮ່ວມມືລະຫວ່າງ ອາຊຽນ ແລະ ການາດາ ໃນໄລຍະຈະມາເຖິງ. ຕາມທ່ານແລ້ວ, ການາດາ ແລະ ອາຊຽນ ພວມຜັນຂະຫຍາຍແຜນການປະຕິບັດງານໃນຂອບເຂດ ຖະແຫຼງການຮ່ວມລະຫວ່າງ ອາຊຽນ ແລະ ການາດາ ກ່ຽວກັບດ້ານການຄ້າ ແລະ ການລົງທຶນ, ແລະໄດ້ເລີ່ມຊອກຮູ້ຄວາມອາດສາມາດມຸ່ງໄປເຖິງຂໍ້ຕົກລົງການຄ້າເສລີສອງຝ່າຍ.

(ແຫຼ່ງຄັດຈາກ VOV)

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຕາມບົດລາຍງານແລ້ວ, ໃນ 3 ທົດສະວັດຜ່ານມາ, ລັດຖະບານຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງແຮງໃນການຊຸກຍູ້ສິດຄວາມສະເໝີພາບລະຫວ່າງຍິງ - ຊາຍ ຜ່ານການສ້າງລະບົບກົດໝາຍໃຫ້ສົມບູນແບບ.

Top