• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນັກ​ຊ່ຽວ​ຊານ​ສາ​ກົນ​ຕີ​ລາ​ຄາ​ສູງ​ບັນ​ດາ​ຜົນ​ສຳ​ເລັດ​ສ້າງ​ອິນ​ທິ​ພົນ​ຊື່​ສຽງໃຫ້​ແກ່ ຫວຽດ​ນາມ

ໃນສະພາບການ ຫວຽດນາມດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ, ບັນດານັກຊ່ຽວຊານ ແລະ ສື່ມວນຊົນສາກົນ ໄດ້ຕີລາຄາກ່ຽວກັບບັນດາຜົນສຳເລັດ ທີ່ສ້າງອິດທິພົນຊື່ສຽງໃຫ້ແກ່ ຫວຽດນາມ.
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ (ພາບ: TTXVN)

ທ່ານນາງ ສູນທອນ ໄຊຍະຈັກ ຫົວໜ້າຄະນະພົວພັນການຕ່າງປະເທດ ສູນກາງພັກປະຊາຊົນປະຕິວັດລາວ ໄດ້ຕີລາຄາສູງການນຳພາຂອງ ພັກກອມມູນິດ ຫວຽດນາມ ຕໍ່ກິດຈະການ ສ້າງສາ ແລະ ພັດທະນາປະເທດຊາດ ຂອງ ປະຊາຊົນຫວຽດນາມ, ກໍ່ຄືການພົວພັນພິເສດລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ລາວ - ຫວຽດນາມ. ອາດເວົ້າໄດ້ວ່າ, ທຸກຜົນງານ, ທຸກບ້າດກ້າວເດີນຂອງ ປະຊາຊົນ ຫວຽດນາມ ແລະ ຂອງການປະຕິວັດ ຫວຽດນາມ ກໍ່ລ້ວນແຕ່ ອີງໃສ່ການຊີ້ນຳນຳພາຂອງ ພັກກອມມູນິດ ຫວຽດນາມ. ໃນໄລຍະໃໝ່, ພັກກອມມູນິດ ຫວຽດນາມ ສືບຕໍ່ ນຳພາປະຊາຊົນໃນການສ້າງສາປະເທດຊາດໃຫ້ນັບມື້ນັບຮັ່ງມີເຂັ້ມແຂງ ແລະ ມີບົດບາດນັບມື້ນັບສຳຄັນໃນເວທີພາກພື້ນ ແລະ ສາກົນ.

ຫວ່າງມໍ່ໆມານີ້, ສື່ມວນຊົນຈີນ ໄດ້ລົງຂ່າວເປັນປະຈຳກ່ຽວກັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ ກອມມູນິດ ຫວຽດນາມ, ໃນນັ້ນໄດ້ຢັ້ງຢືນວ່າ 5 ປີຜ່ານມາ ຫວຽດນາມ ໄດ້ສ້າງຜົນງານມະຫັດສະຈັນໃໝ່ຢູ່ ອາຊີ. ບັນດາສຳນັກຂ່າວສານ ໃຫຍ່ຂອງ ຈີນ ໄດ້ອັບເດດບັນດາຂໍ້ມູນຂ່າວສານ ແລະ ຮູບພາບກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມຢ່າງຕໍ່ເນື່ອງ.

ທ່ານນາງ Caitlin Wiesen ຫົວໜ້າຜູ້ຕາງໜ້າອົງການ ສປຊ ເພື່ອການພັດທະນາ ປະຈຳ ຫວຽດນາມ ໄດ້ຢັ້ງຢືນວ່າ ຈະຮ່ວມມືຢ່າງແໜ້ນແຟ້ນ ແລະ ປະກອບສ່ວນເຂົ້າໃນການສ້າງສາ, ປະຕິບັດຍຸດທະສາດ ແລະ ແຜນການພັດທະນາເສດຖະກິດ, ສັງຄົມຂອງ ຫວຽດນາມ. ທ່ານນາງ Caitlin Wiesen ຖືວ່າ ວຽກງານກະກຽມບັນດາເອກະສານກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ, ພິເສດແມ່ນຍຸດທະສາດ ແລະ ແຜນການພັດທະນາເສດຖະກິດ, ສັງຄົມໄດ້ຮັບການຕີລາຄາສູງ.

ທ່ານສາດສະດາຈານ Thomas Engelbert ສັງກັດມະຫາວິທະຍາໄລ Hamburg ແລະທ່ານ Daniel Muller ນັກຊ່ຽວຊານດ້ານເສດຖະກິດ ຂອງ ສະມາຄົມວິສາຫະກິດ ເຢຍລະມັນ ປະຈຳ ອາຊີ - ປາຊີຟິກ (OAV), ໄດ້ໃຫ້ຂໍ້ສັງເກດວ່າ ບັນດາປັດໄຈຫຼັກແຫຼ່ງທີ່ສ້າງເປັນຜົນສຳເລັດຂອງ ພັກກອມມູນິດ ຫວຽດນາມ ແມ່ນ ການສົມທົບກັນລະຫວ່າງການກະທຳມຸ່ງໄປສູ່ອະນາຄົດ ແລະ ມີເປົ້າໝາຍ, ມີລັກສະນະຕົວຈິງ ແລະ ຍາມໃດກໍ່ສະເໝີຕົ້ນສະເໝີປາຍ. ຜົນສຳເລັດອັນໃຫຍ່ທີ່ສຸດແມ່ນໃນຂົງເຂດເສດຖະກິດ.

(ແຫຼ່ງຄັດຈາກ VOV)

 

ຫວຽດນາມ ເປັນເຈົ້າພາບຈັດກອງປະຊຸມສຸດຍອດ P4G ໃນປີ 2025

ຫວຽດນາມ ເປັນເຈົ້າພາບຈັດກອງປະຊຸມສຸດຍອດ P4G ໃນປີ 2025

ກອງປະຊຸມໂດຍລັດຖະບານ Colombia ຈັດຕັ້ງຂຶ້ນ, ດ້ວຍການເຂົ້າຮ່ວມຂອງຜູ້ແທນປະມານ 500 ທ່ານມາຈາກ 12 ປະເທດ ແລະ ບັນດາອົງການຄູ່ຮ່ວມມືຂອງ P4G.

Top