• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນັກ​ຊ່ຽວ​ຊານ​ກ່າວ​ເຕືອນ ໂລກ​ຍັງ​ບໍ່​ພ້ອມ​ເພື່ອ​ຮັບ​ມື​ກັບ​ໂລກ​ລະ​ບາດ​ໃໝ່

ບັນດາຄວາມມານະພະຍາຍາມປະຕິຮູບທົ່ວໂລກ ເພື່ອແນໃສ່ສະກັດກັ້ນໄພນາບຂູ່ຈາກໂລກລະບາດໃໝ່ໃນອານາຄົດ ແມ່ນຍັງຊັກຊ້າ ແລະ ກະແຈກກະຈາຍ, ເຮັດໃຫ້ໂລກຍັງຢູ່ໃນສະພາບບໍ່ພ້ອມຄືກັບຕອນໂລກລະບາດໂຄວິດ - 19 ຫາກໍ່ລະບາດ. ນີ້ແມ່ນຄຳກ່າວເຕືອນຂອງຄະນະກຳມະການນັກຊ່ຽວຊານເອກະລາດໃນບົດລາຍງານທີ່ໄດ້ປະກາດໃນວັນທີ 18 ພຶດສະພາ.

ບັນດາຄວາມມານະພະຍາຍາມປະຕິຮູບທົ່ວໂລກ ເພື່ອແນໃສ່ສະກັດກັ້ນໄພນາບຂູ່ຈາກໂລກລະບາດໃໝ່ໃນອານາຄົດ ແມ່ນຍັງຊັກຊ້າ ແລະ ກະແຈກກະຈາຍ, ເຮັດໃຫ້ໂລກຍັງຢູ່ໃນສະພາບບໍ່ພ້ອມຄືກັບຕອນໂລກລະບາດໂຄວິດ - 19 ຫາກໍ່ລະບາດ. ນີ້ແມ່ນຄຳກ່າວເຕືອນຂອງຄະນະກຳມະການນັກຊ່ຽວຊານເອກະລາດໃນບົດລາຍງານທີ່ໄດ້ປະກາດໃນວັນທີ 18 ພຶດສະພາ.

    

ການປິ່ນປົວໃຫ້ຄົນເຈັບຕິດເຊື້ອໂຄວິດ - 19 ຢູ່ ຈີນ (ພາບ:THX/TTXVN)

ບົດລາຍງານດັ່ງກ່າວໄດ້ຕີລາຄາວ່າ ພາຍຫຼັງ 1 ປີ ທີ່ຖືວ່າໂລກພວມດຳເນີນການເຄື່ອນໄຫວຢ່າງກະແຈກກະຈາຍ, ສິ່ງດັ່ງກ່າວໄດ້ສ້າງປະຖົມປັດໄຈໃຫ້ແກ່ການເກີດໂລກລະບາດອື່ນ. ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານນາງ Clark ໄດ້ຢັ້ງຢືນວ່າ ເບິ່ງລວມແລ້ວ, ໂລກຍັງນຳໃຊ້ເຄື່ອງມື ແລະ ລະບົບເກົ່າແຕ່ເດືອນ 12 ປີ 2019ເພື່ອຮັບມືກັບຄວາມສ່ຽງເກີດໂລກລະບາດ. ຕາມທ່ານນາງແລ້ວ, ບັນດາເຄື່ອງມືນັ້ນແມ່ນບໍ່ພຽງພໍ.  

        ທ່ານນາງກໍຕີລາຄາສູງຕໍ່ວຽກງານປະຕິຮູບຢູ່ໃນລະດັບທົ່ວໂລກເພື່ອສະກັດກັ້ນຄວາມສ່ຽງເກີດໂລກລະບາດໃໝ່, ດ້ວຍການສ້າງກົນໄກໃໝ່ຫຼາຍຢ່າງທີ່ພາຍຫຼັງເກີດໂລກລະບາດໂຄວິດ - 19, ຊ່ວຍແຈກຢາຍວັກຊິນປະມານ 1,5 ຕື້ໂດສ ໄປຍັງບັນດາປະເທດທຸກຍາກ, ພ້ອມດ້ວຍຄວາມມານະພະຍາຍາມຫັນແຫຼ່ງສະໜອງວັກຊິນ ແລະ ຢາຕ້ານໄວຣັດເປັນຫຼາຍຮູບຫຼາຍແບບ. ປັດຈຸບັນ, ບັນດາຝ່າຍພວມມຸ່ງໄປເຖິງຂໍ້ຕົກລົງແນໃສ່ຮັບປະກັນແຫຼ່ງງົບປະມານທີ່ປອດໄພ ແລະ ມີໄຫວພິບໃຫ້ແກ່ WHO, ໃນຂະນະນັ້ນບັນດາແຜນການສ້າງກອງທຶນຮັບມືກັບໂລກລະບາດກໍພວມໄດ້ຮັບການກຳນົດທິດໃຫ້ເປັນຮູບເປັນຮ່າງ.

(ແຫຼ່ງຄັດຈາກ VOV)

ບັນ​ດາ​ການ​ເຄື່ອນ​ໄຫວ​ທີ່​ຟົດ​ຟື້ນຂອງ​ປະ​ຊາ​ຄົມ​ອິດ​ສະ​ລາມ ຫວຽດ​ນາມ

ບັນ​ດາ​ການ​ເຄື່ອນ​ໄຫວ​ທີ່​ຟົດ​ຟື້ນຂອງ​ປະ​ຊາ​ຄົມ​ອິດ​ສະ​ລາມ ຫວຽດ​ນາມ

ໃນໂອກາດນີ້, ຜູ້ຕາງໜ້າການນຳຄະນະພັກແຂວງ, ຄະນະກຳມະການປະຊາຊົນແຂວງ ແລະ ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ແຂວງບິ່ງທ້ວນໄດ້ໄປຢ້ຽມຢາມ,ອວຍພອນບຸນປີໃໝ່ສະພາ ນັກບວດ ອິດສະລາມ ແຂວງບິ່ງທ້ວນ ແລະ ບັນດານັກບວດ, ຜູ້ມີຍົດສັກຕຳແໜ່ງ, ຜູ້ມີອິດທິພົນຊື່ສຽງຢູ່ບາງເມືອງໃນບໍລິເວນແຂວງ.

Top