• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນັກຮຽນຮູ້ ອິນໂດເນເຊຍ ຢືນຢັນສະພາແຫ່ງຊາດ ຫວຽດນາມ ສະແດງໃຫ້ເຫັນຄວາມຄາດຫວັງຂອງຊາດຢ່າງແທ້ຈິງ

      ການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຫວຽດນາມ ຊຸດທີ  XV, ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021 – 2026 ຂອງ ຫວຽດນາມ ທີ່ດຳເນີນໃນວັນທີ 23 ພຶດສະພາ ນີ້ ແມ່ນເຫດການທີ່ມີຄວາມສຳຄັນຍິ່ງສຳລັບ ຫວຽດນາມ.
ຜູ້ມີສິດເລືອກຕັ້ງ ແຈ້ງອາການສຸຂະພາບກ່ອນເຂົ້າຮ່ວມການປ້ອນບັດເລືອກຕັ້ງ (ພາບ: TTXVN)
      ການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຫວຽດນາມ ຊຸດທີ  XV, ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021 – 2026 ຂອງ ຫວຽດນາມ ທີ່ດຳເນີນໃນວັນທີ 23 ພຶດສະພາ ນີ້ ແມ່ນເຫດການທີ່ມີຄວາມສຳຄັນຍິ່ງສຳລັບ ຫວຽດນາມ. ນີ້ແມ່ນຄຳຢືນຢັນຂອງນັກຂ່າວ ຜູ້ມີຊື່ສຽງຂອງ ອິນໂດເນເຊຍ Veeramalla Anjaiah ພ້ອມທັງແມ່ນນັກຄົ້ນຄວ້າຂັ້ນສູງຂອງ ສູນຄົ້ນຄວ້າ ອາຊີຕາເວັນອອກສ່ຽງໃຕ້ ມີສຳນັກງານຕັ້ງຢູ່ ຈາກາຕາ, ອິນໂດເນເຊຍ.
        ນັກຂ່າວ Anjaiah ຖືວ່າ ໂດຍບໍ່ຫົວຊາຕໍ່ຈຳນວນຜູ້ຕິດຊື້ອພະຍາດໂຄວິດ - 19 ພວມເພີ່ມຂຶ້ນລະດັບສະຖິຕິໃນຊຸມວັນມໍ່ໆມານີ້, ອົງການຈັດຕັ້ງການເລືອກຕັ້ງຂອງ ຫວຽດນາມ ໄດ້ກະກຽມທຸກຢ່າງເປັນຢ່າງດີ ເພື່ອຈັດຕັ້ງການເລືອກຕັ້ງຄັ້ງນີ້ຢ່າງເປີດເຜີຍ, ໂປ່ງໃສ, ປອດໄພ ແລະ ຈະແຈ້ງ. ໃນຫຼາຍທົດສະວັດຜ່ານມາ, ຫວຽດນາມ ສະແດງໃຫ້ເຫັນວ່າ ການເລືອກຕັ້ງຄັ້ງຕ່າງໆ ແລະ ການມອບຮັບສິດນຳພາປະເທດຊາດ “ຍາມໃດກໍດຳເນີນໄປດ້ວຍຄວາມເຫັນດີເຫັນພ້ອມ”, ໃນຂະນະທີ່ປະຊາຊົນມີຄວາມສົນໃຈເຖິງການເຂົ້າຮ່ວມການປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ຫວຽດນາມ, ສະມາຊິກສະພາປະຊາຊົນທຸກຂັ້ນ ທີ່ສຸດ.
        ທ່ານ Anjaiah ໃຫ້ຂໍ້ສັງເກດວ່າ ສະພາແຫ່ງຊາດ ໄດ້ ແລະ ພວມສວມບົດບາດສຳຄັນໃນວິວັດການຫັນປ່ຽນເສດຖະກິດ - ສັງຄົມ, ຍ້ອນມີບັນດາກົດໝາຍທີ່ມີປະສິດທິພາບ ແລະ ເປັນປະໂຫຍດ ເຊິ່ງສະພາແຫ່ງຊາດຫວຽດນາມ ໄດ້ປະກາດໃຊ້ຫວ່າງມໍ່ມານີ້, ຫວຽດນາມ ໄດ້ເປັນທີ່ຮູ້ຈັກກັນດີ ແມ່ນປະເທດຂະຫຍັນຂັນເຄື່ອນໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ດ້ວຍວົງເງິນສົ່ງອອກ, ການດຶງດູດເງິນລົງທຶນຈາກຕ່າງປະເທດ ແລະ ການສະສົມເງິນຕາຕ່າງປະເທດນັບມື້ນັບເພີ່ມຂຶ້ນ. ຫວຽດນາມ ພວມກ້າວເດີນບົນເສັ້ນທາງມຸ່ງໄປສູ່ປະເທດມີລາຍຮັບປານກາງສູງ./.
(ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top