
(ພາບ: TTXVN)
ເນື່ອງໃນໂອກາດສະເຫຼີມສະຫຼອງ 92 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ (03 ກຸມພາ 1930 – 03 ກຸມພາ 2022), ສູນຄົ້ນຄວ້າຫວຽດນາມ ແລະ ອາຊຽນ ສັງກັດສະຖາບັນຕາເວັນອອກໄກ (ສະພາມະຫາບັນດິດວິທະຍາສາດສະຫະພັນ ລັດເຊຍ) ໄດ້ຈັດພິມຕົວປຶ້ມຄົ້ນຄວ້າຫົວເລື່ອງສະເພາະ ດ້ວຍຊື່ວ່າ “ພັກກອມມູນິດ ຫວຽດນາມ, ຍຸກສະໄໝໃໝ່ໃນປະຫວັດສາດ”. ປຶ້ມລວມມີບົດຂຽນ 17 ບົດໄດ້ຄັດເລືອກມາຈາກບັນດາບົດລາຍງານທີ່ກອງປະຊຸມສຳມະນາໂຕະມົນສາກົນ ດ້ວຍຫົວຂໍ້ “ພັກກອມມູນິດ ຫວຽດນາມ ໃນພາລະກິດແຫ່ງການສ້າງສາປະເທດຊາດ ແລະ ໝາກຜົນກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ” ດຳເນີນໃນລະຫວ່າງວັນທີ 19 – 20 ພຶດສະພາ 2021.
ບັນດາບົດຂຽນຂອງນັກຮຽນຮູ້ທີ່ມີຊື່ສຽງຢູ່ ລັດເຊຍ ແລະ ສາກົນ ໄດ້ເຮັດແຈ້ງບົດຮຽນ, ປະສົບການທີ່ອຸດົມສົມບູນກ່ຽວກັບປະຫວັດສາດຂອງພັກກອມມູນິດ ຫວຽດນາມ, ເນັ້ນໜັກເຖິງບົດບາດຂອງພັກໃນປະຫວັດສາດທັນສະໄໝຂອງ ຫວຽດນາມ.ໃນບົດຂຽນທີ່ໄດ້ເລືອກເປັນບົດເຫດການຂອງປຶ້ມຫົວນີ້, ທ່ານສາດສະດາຈານມະຫາວິທະຍາໄລສັງລວມ St.Petersburg, ຫົວໜ້າສະຖາບັນ ໂຮ່ຈີມິນ Vladimir Kolotov ໄດ້ເນັ້ນໜັກເຖິງສະຖຽນລະພາບທາງດ້ານການເມືອງຢູ່ ຫວຽດນາມ ວ່າແມ່ນສິ່ງທີ່ໜ້າສົນໃຈທີ່ສຸດ ໃນສະພາບຂາດສະຖຽນລະພາບພວມເພີ່ມຂຶ້ນຢູ່ພາກພື້ນ ແລະ ໃນໂລກ. ນອກນັ້ນ, ບັນດາບົດຂຽນຂອງນັກຄົ້ນຄວ້າທີ່ມາຈາກ ຝລັ່ງ ແລະ ຍີ່ປຸ່ນ ກໍ່ຕີລາຄາສູງຕໍ່ຜົນງານດ້ານນະໂຍບາຍການຕ່າງປະເທດຂອງ ຫວຽດນາມ, ໂດຍຢືນຢັນວ່າ ຍຸດທະສາດດ້ານການທູດຂອງ ຫວຽດນາມ ໄດ້ຊ່ວຍສ້າງຄວາມຕ້ານທານ “ພາຍຸລົມແດງ” ໃນໂລກ ແລະ ຍົກສູງອິດທິພົນຊື່ສຽງຂອງປະເທດຊາດ ຢູ່ເວທີສາກົນ.
(ແຫຼ່ງຄັດຈາກ VOV)