• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນັກຮຽນຮູ້ລັດເຊຍ ຕີລາຄາສູງບັນດາບາດກ້າວກະໂດດຂັ້ນຂອງຫວຽດນາມ

      ສາດສະດາຈານ ປອ Vladimia Kolotov ຜູ້ອຳນວຍການສະຖາບັນໂຮ່ຈີມິນ ສັງກັດມະຫາວິທະຍາໄລສັບພະວິຊາແຫ່ງຊາດ Saint Peterburg ຕີລາຄາວ່າ ພາຍຫລັງການປະຕິວັດເດືອນສິງຫາ ແລະວັນຊາດຫວຽດນາມ ທີ 2 ກັນຍາປີ 1945, ຫວຽດນາມ ບັນລຸໄດ້ຜົນງານອັນສະຫງ່າລາສີ ຫລາຍຢ່າງ. 

ສາດສະດາຈານ ປອ Vladimia Kolotov (ພາບ: Vietnam+)
      ປະຈຸບັນຫວຽດນາມແມ່ນປະເທດ ມີອະທິປະໄຕ, ສະເຫມີຕົ້ນສະເຫມີປາຍໃນການປົກປ້ອງຜົນປະໂຫຍດແຫ່ງຊາດ ແລະມີພື້ນຖານເສດຖະກິດພວມພັດທະນາຢ່າງວ່ອງໄວ ແລະມີອິດທິພົນຊື່ສຽງບົນເວທີສາກົນ. ໃນຂະນະນັ້ນ ສາດສະດາຈານ ປອ V. Mazyrin ຫົວຫນ້າສູນຄົ້ນຄ້ວາກ່ຽວກັບຫວຽດນາມ ແລະ ອາຊຽນ ສັງກັດສະຖາບັນຕາເວັນອອກໄກ ໄດ້ຕີລາຄາສູງບັນດາໝາກຜົນດ້ານເສດຖະກິດຂອງຫວຽດນາມ ດ້ວຍການໃຫ້ຂໍ້ສັງເກດວ່າ ຫວຽດນາມ ລອດເຂົ້າ Top 20 ປະເທດມີພື້ນຖານເສດຖະກິດພັດທະນາຢ່າງວ່ອງໄວກວ່າໝູ່ໃນໂລກ. ທ່ານກໍ່ເນັ້ນຫນັກວ່າ ຫວຽດນາມແມ່ນແບບຢ່າງ ກ່ຽວກັບປະເທດພັດທະນາກະໂດດຂັ້ນເມື່ອໄປທັດທຽມກັບບັນດາປະເທດພັດທະນາກວ່າໃນພາກພື້ນ ແລະໃນໂລກເວົ້າລວມ.
 (ແຫຼ່ງຄັດຈາກ VOV)

ມາ​ນະ​ພະ​ຍາ​ຍາມ​ນຳ​ກາ​ນ​ພົວ​ພັນ ຫວຽດ​ນາມ - ລາວ ​ກ້າວ​ເຂົ້​າ​ສູ່​ໜ້າ​ປະ​ຫວັດ​ສາດ​ໃໝ່, ນັບ​ມື້​ນັບ​ພັດ​ທະ​ນາ​ຢ່າງ​ແຮງ, ມີ​ຄວາມ​ສະ​ໜິດ​ແໜ້ນ​ກ່​ວາ

ມາ​ນະ​ພະ​ຍາ​ຍາມ​ນຳ​ກາ​ນ​ພົວ​ພັນ ຫວຽດ​ນາມ - ລາວ ​ກ້າວ​ເຂົ້​າ​ສູ່​ໜ້າ​ປະ​ຫວັດ​ສາດ​ໃໝ່, ນັບ​ມື້​ນັບ​ພັດ​ທະ​ນາ​ຢ່າງ​ແຮງ, ມີ​ຄວາມ​ສະ​ໜິດ​ແໜ້ນ​ກ່​ວາ

ສ່ວນທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ລາວ ກໍ່ເຫັນດີເປັນເອກະພາບຕໍ່ບັນດາເນື້ອໃນແລກປ່ຽນຂອງ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານຢັ້ງຢືນວ່າ ສອງປະເທດຈະສືບຕໍ່ຮ່ວມມືກັນ, ປະສານສົມທົບກັນຢ່າງແໜ້ນແຟ້ນໃນບັນດາບັນຫາພາກພື້ນ ແລະ ສາກົນ.

Top