• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນັກສຶກສາ ຫວຽດນາມ ປະກອບສ່ວນໂຄສະນາພາບພົດຂອງ ຫວຽດນາມ ຢູ່ ລາວ

ທ່ານໄດ້ຍ້ອງຍໍຊົມເຊີຍການເຂົ້າຮ່ວມຢ່າງຕັ້ງໜ້າຂອງນັກຮຽນໃນບັນດາການເຄື່ອນໄຫວການເມືອງ - ສັງຄົມ, ປະກອບສ່ວນໂຄສະນາພາບພົດນັກສຶກສາ ຫວຽດນາມ ຂະຫຍັນຂັນເຄື່ອນ
(ທີ່ການຢ້ຽມຢາມ ແລະ ເຮັດວຽກກັບຄະນະຜູ້ແທນນັກສຶກສາ ຫວຽດນາມ)

ວັນທີ 28 ມິຖຸນາ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນມິນເຕິມ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບຄະນະຜູ້ແທນນັກສຶກສາ ຫວຽດນາມ ພວມຮ່ຳຮຽນຢູ່ມະຫາວິທະຍາໄລແຫ່ງຊາດ ລາວ. ຢູ່ທີ່ນີ້, ທ່ານໄດ້ຍ້ອງຍໍຊົມເຊີຍການເຂົ້າຮ່ວມຢ່າງຕັ້ງໜ້າຂອງນັກຮຽນໃນບັນດາການເຄື່ອນໄຫວການເມືອງ - ສັງຄົມ, ປະກອບສ່ວນໂຄສະນາພາບພົດນັກສຶກສາ ຫວຽດນາມ ຂະຫຍັນຂັນເຄື່ອນ; ພ້ອມກັນນັ້ນ, ທ່ານກໍ່ຕີລາຄາສູງການຮ່ວມເດີນທາງຂອງບັນດາອົງການທີ່ກ່ຽວຂ້ອງໃນວຽກງານສົມທົບກັນ, ໜູນຊ່ວຍ, ຄຸ້ມຄອງນັກສຶກສາຮໍ່າຮຽນຢູ່ຕ່າງປະເທດ.

ທ່ານຢືນຢັນວ່າ, ສະຖານທູດ ຫວຽດນາມ ປະຈຳ ລາວ ຍາມໃດກໍ່ຮ່ວມເດີນທາງ ແລະ ພ້ອມແລ້ວໜູນຊ່ວຍທຸກຄວາມຫຍຸ້ງຍາກຂອງນັກສຶກສາ. ທ່ານກໍ່ຫວັງວ່າ ບັນດານັກສຶກສາຮໍ່າຮຽນເປັນຢ່າງດີ; ດຳລົງຊີວິດມີຄວາມຮັບຜິດຊອບຕໍ່ປະຊາຄົມ.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ໃຫ້ການຕ້ອນຮັບປະທານ JBIC Maeda Tadashi

ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ໃຫ້ການຕ້ອນຮັບປະທານ JBIC Maeda Tadashi

ຕອນເຊົ້າວັນທີ 29 ມິຖຸນານີ້, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ໃຫ້ການຕ້ອນຮັບທ່ານ Maeda Tadashi ປະທານສະພາບໍລິຫານ ແລະ ບັນດາເພື່ອນຮ່ວມງານ ຂອງທະນາຄານການຮ່ວມມືສາກົນຍີ່ປຸ່ນ (JBIC) ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ

Top