• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນັກປັນຍາຊົນ ຫວຽດນາມ ຢູ່ ຝລັ່ງ ມຸ່ງໄປສູ່ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ດ້ວຍບັນດາການກຳນົດທິດທີ່ຖືກຕ້ອງຈາກກອງປະຊຸມໃຫຍ່ຄັ້ງທີ XIV ນີ້, ລຸ້ນໜຸ່ມຈະສາມາດປະກອບສ່ວນຢ່າງແທດຈິງ
(ອ້າຍ ຫງວຽນວັນເຈື່ອງ, ປະຈຸບັນແມ່ນນັກຄົ້ນຄວ້າປະລິນຍາເອກຂະແໜງກາຍຍະພາບບຳບັດຢູ່ ຝລັ່ງ)

ກ່ອນຈັດກອງປະຊຸມຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ, ຖັນແຖວນັກປັນຍາຊົນ ຫວຽດນາມ ຢູ່ ຝລັ່ງ ແລະ ບັນດາປະເທດ ເອີລົບ ສະແດງຄວາມຫວັງຕໍ່ກອງປະຊຸມໃຫຍ່ ຈະມີບັນດາບາດລ້ຽວນຳຊາດກ້າວເຂົ້າສູ່ສັງກາດໃໝ່ຂອງພູມປັນຍາ ແລະ ການພັດທະນາແບບຍືນຍົງ.

ອ້າຍ ຫງວຽນວັນເຈື່ອງ, ປະຈຸບັນແມ່ນນັກຄົ້ນຄວ້າປະລິນຍາເອກຂະແໜງກາຍຍະພາບບຳບັດຢູ່ ຝລັ່ງ, ແບ່ງປັນວ່າ:

“ຂ້າພະເຈົ້າປາດຖະໜາວ່າ ກອງປະຊຸມໃຫຍ່ຈະຍົກອອກບັນດາການກຳນົດທິດຢ່າງແຮງກວ່າ ເພື່ອດຶງດູດ ແລະ ສ້າງເງື່ອນໄຂໃຫ້ຖັນແຖວນັກປັນຍາຊົນ ຫວຽດນາມ ຢູ່ທົ່ວໂລກ ມີໂອກາດປະກອບສ່ວນໃຫ້ແກ່ບ້ານເກີດເມືອງນອນ. ຂ້າພະເຈົ້າເຊື່ອໝັ້ນວ່າ, ດ້ວຍບັນດາການກຳນົດທິດທີ່ຖືກຕ້ອງຈາກກອງປະຊຸມໃຫຍ່ຄັ້ງທີ XIV ນີ້, ລຸ້ນໜຸ່ມຈະສາມາດປະກອບສ່ວນຢ່າງແທດຈິງ ແລະ ຫຼາຍຢ່າງກວ່າໃຫ້ແກ່ການພັດທະນາຂອງປະເທດຊາດໃນໄລຍະປ່ຽນແປງໃໝ່”.

ສ່ວນທ່ານຮອງສາດສະດາຈານ, ປະລິນຍາເອກ ເຈິ່ນເລຮຸ່ງ, ຄູສອນມະຫາວິທະຍາໄລ Gustave Eiffel, ໃຫ້ຂໍ້ສັງເກດວ່າ:

“ຂ້າພະເຈົ້າກໍ່ຕັ້ງຫວັງຕໍ່ບັນດານະໂຍບາຍກ່ຽວກັບການທູດ, ກ່ຽວກັບການພົວພັນຫຼາຍຝ່າຍ ຈະນຳ ຫວຽດນາມ ມີສຽງເວົ້າກວ່າບົນເວທີສາກົນ, ເຖິງວ່າ ປະຈຸບັນພວກເຮົາກໍ່ໄດ້ມີຜົນງານດ້ານການທູດຫຼາຍຢ່າງແລ້ວ”.

(ແຫຼ່ງຄັດຈາກ VOV)

ການເດີນທາງໄປຢ້ຽມຢາມ ລາວ ແລະ ກຳປູເຈຍ ຂອງ ທ່ານເລຂາທິການໃຫຍ່ ໂຕເລິມ ເຮັດໃຫ້ການພົວພັນລະຫວ່າງ ຫວຽດນາມ ກັບ 2 ປະເທດບ້ານໃຫ້ເຮືອນຄຽງເລິກເຊິ່ງຂຶ້ນຕື່ມ

ການເດີນທາງໄປຢ້ຽມຢາມ ລາວ ແລະ ກຳປູເຈຍ ຂອງ ທ່ານເລຂາທິການໃຫຍ່ ໂຕເລິມ ເຮັດໃຫ້ການພົວພັນລະຫວ່າງ ຫວຽດນາມ ກັບ 2 ປະເທດບ້ານໃຫ້ເຮືອນຄຽງເລິກເຊິ່ງຂຶ້ນຕື່ມ

ການຢ້ຽມຢາມປະກອບສ່ວນເຮັດຫັນເນື້ອໃນ “ຫຸ້ນສ່ວນຍຸດທະສາດ” ທີ່ຫາກໍ່ຮັບການສ້າງຕັ້ງຂຶ້ນລະຫວ່າງ 2 ປະເທດໃນເດືອນ ທັນວາ 2025 ໃຫ້ເປັນລະອຽດ ແລະ ເລິກເຊິ່ງຂຶ້ນຕື່ມ.

Top