ນັກປະພັນວັນນະຄະດີ ຫວຽດນາມ 2 ທ່ານແມ່ນ ທ່ານ ຫງວຽນທາມທຽນເກ໊ ແລະ ທ່ານນາງ ຟ້າມທິຊວັນບານ (ອີບານ) ໄດ້ຮັບການເຊີດຊູທີ່ພິທີມອບລາງວັນ ວັນນະຄະດີ ອາຊີຕາເວັນອອກສ່ຽງໃຕ້ (SEA Write Award) 2024 –2025 ທີ່ຈັດຂຶ້ນໃນຕອນຄ່ຳວັນທີ 16 ທັນວາ, ຢູ່ນະຄອນຫຼວງ ບາງກອກ, ໄທ. ເຫດການມີການເຂົ້າຮ່ວມຂອງນັກວັນນະຄະດີ, ນັກກະວີມາຈາກ 8 ປະເທດ ອາຊຽນ.
ນັກປະພັນວັນນະຄະດີ ຫງວຽນທາມທຽນເກ໊ ໄດ້ຮັບລາງວັນ ວັນນະຄະດີອາຊີຕາເວັນອອກສ່ຽງໃຕ້ ດ້ວຍເລື່ອງເສັ້ນ “ລະດູແລ້ງຢູ່ໃຕ້ຮົ່ມຕົ້ມໄມ້”, ນັກປະພັນວັນນະຄະດີ ນາງ ຟ້າມທິຊວັນບານ ເປັນກຽດຮັບລາງວັນດ້ວຍເລື່ອງສັ້ນ “ຢູ່ປາຍຟ້າ”.
ນັກປະພັນວັນນະຄະດີ ຫງວຽນທາມທຽນເກ໊ ແມ່ນໜຶ່ງໃນຈຳນວນນັກວັນນະຄະດີ ຫວຽດນາມ ທີ່ໄດ້ຮັບການເຊີດຊູທີ່ພິທີມອບລາງວັນ SEA Write Award 2024 –2025, ໃຫ້ຮູ້ວ່າ:
“ວັນນະຄະດີ ຫວຽດນາມ ແມ່ນໜຶ່ງໃນບັນດາພື້ຶ້ນຖານວັນນະຄະດີທີ່ເຂັ້ມແຂງຂອງກຸ່ມ, ມີຄວາມສະໜິດຕິດພັນຢ່າງໜັກແໜ້ນກັບການດຳລົງຊີວິດ. ຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ນີ້ແມ່ນລາງວັນວັນນະຄະດີສູງທີ່ສຸດ. ສະມາຄົມນັກວັນນະຄະດີ ຫວຽດນາມ ໄດ້ມີການເລືອກເອົາບັນດາບົດປະພັນສົ່ງເຂົ້າຮ່ວມການເສັງໄດ້ເປັນຢ່າງດີ ແລະ ຍາມໃດກໍໄດ້ຮັບການຕີລາຄາສູງ.”







