• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນັກປະພັນວັນນະຄະດີ ຫງວຽນກວາງວິງ ເຊັນມອບປຶ້ມໃຫ້ທ່ານຜູ້ຟັງລາຍການພາກພາສາ ລາວ

ຕອນເຊົ້າວັນທີ 28 ກໍລະກົດ, ທີ່ຮ່າໂນ້ຍ, ນັກປະພັນວັນນະຄະດີ ຫງວຽນກວາງວິງ - ຜູ້ແຕ່ງປຶ້ມເລື່ອງບັນທຶກວຽກງານ ແລະ ຊີວິດຂອງທ່ານ ທໍ່ຕູ້ ຢ່າໄຊຈູ ໄດ້ມີການພົບປະ ແລະ ແລກປ່ຽນກັບບັນດານັກຂ່າວ, ບັນນາທິການລາຍການພາກພາສາ ລາວ, ພະແນກບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ. 
ໂດຍໄດ້ຮັບຮູ້ມາວ່າ ມີທ່ານຜູ້ຟັງລາວຫລາຍຄົນ ຢາກໄດ້ປຶ້ມເລື່ອງຫົວດັ່ງກ່າວ, ສະນັ້ນ ນັກປະພັນ ຫງວຽນກວາງວິງ ຈຶ່ງໄດ້ເຊັນມອບປຶ້ມຫົວດັ່ງກ່າວນັ້ນ ໂດຍຜ່ານທາງລາຍການພາກພາສາລາວ ສົ່ງມອບໃຫ້ບັນດາທ່ານຜູ້ຟັງທີ່ມີຄວາມນິຍົມຊອກຮູ້ກ່ຽວກັບປຶ້ມເລື່ອງບັນທຶກວຽກງານ ແລະ ຊີວິດຂອງທ່ານ ທໍ່ຕູ້ ຢ່າໄຊຈູ.

ນັກປະພັນວັນນະຄະດີ ຫງວຽນກວາງວິງ ເຊັນມອບປຶ້ມໃຫ້ທ່ານຜູ້ຟັງລາຍການພາກພາສາ ລາວ

ປຶ້ມກ່ຽວກັບທ່ານ ທໍ່ຕູ້ ຢ່າໄຊຈູ ແມ່ນໄດ້ເວົ້າເຖິງກ່ຽວກັບຊີວິດ ແລະ ບັນດາວິລະກຳທີ່ລືຊາຜາກົດຂອງທ່ານ ທໍ່ຕູ້ ຢ່າໄຊຈູ, ເປັນວິລະຊົນແຫ່ງຊາດຂອງປະເທດ ສປປ.ລາວ, ເປັນພໍ່ຂອງທ່ານນາງກຳມະການກົມການເມືອງ, ປະທານສະພາແຫ່ງຊາດ ລາວ ປານີ ຢາທໍ່ຕູ້. ປື້ມຫົວນີ້ ບໍ່ພຽງແຕ່ໄດ້ເລົ່າຄືນເຖິງຄວາມຈິງ, ຄວາມຄົບຖ້ວນສົມບູນ, ຊັດເຈນທັງໝົດຂອງຊີວິດ, ຄອບຄົວ ແລະ ວິລະກຳອັນສະຫງ່າງາມຂອງທ່ານ ທໍ່ຕູ້ ຢ່າໄຊຈູ ພ້ອມກັບບັນດາເພື່ອນຮ່ວມຮົບຂອງທ່ານເທົ່ານັ້ນ. ຫາກປຶ້ມຫົວນີ້ ຍັງໄດ້ພັນລະນາເຖິງນ້ຳໃຈອາລົມຈິດອັນສະໜິດແໜ້ນລະຫວ່າງທ່ານ ທໍ່ຕູ້ ຢ່າໄຊຈູ ແລະ ເພື່ອນມິດສະຫາຍກັບທະຫານອາສາສະໝັກ ຫວຽດນາມ ອີກດ້ວຍ.
ເນື່ອງໃນໂອກາດນີ້, ລາຍການພາກພາສາ ລາວ ຈະຈັດຕັ້ງການເສັງຕອບຄຳຖາມໃນເດືອນ ສິງຫາ ຈະມາເຖິງ ດ້ວຍຫົວຂໍ້ວ່າ ສະເຫຼີມສະຫຼອງ 57 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ລາວ (05/09/1962 – 05/09/2019). ບັນດາທ່ານຜູ້ຟັງທີ່ ຕອບຖືກ ຈະໄດ້ຮັບປຶ້ມຫົວດັ່ງກ່າວ ແລະ ຂອງຂວັນຈາກລາຍການ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top