• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນັກທຸລະກິດ ຫວຽດນາມ ຢູ່ຕ່າງປະເທດ ຮ່ວມແຮງຮ່ວມໃຈສ້າງເຄື່ອງໝາຍການຄ້າແຫ່ງຊາດ

      ໃນສະພາບການໂລກລະບາດໂຄວິດ - 19 ຄືໃນປັດຈຸບັນ, ດ້ວຍການເຄື່ອນໄຫວສົ່ງເສີມການຄ້າຢ່າງມີປະສິດທິຜົນ, ນັກທຸລະກິດ ຫວຽດນາມ ຢູ່ຕ່າງປະເທດ ໄດ້ປະກອບສ່ວນຢັ້ງຢືນໄດ້ທີ່ຕັ້ງຢ່າງໝັ້ນແກ່ນຂອງສິນຄ້າ ຫວຽດນາມ ຢູ່ຕະຫຼາດຕ່າງໆໃນໂລກ, ຈາກນັ້ນ, ນຳມາເຊິ່ງຜົນປະໂຫຍດອັນແທດຈິງໃຫ້ແກ່ວິສາຫະກິດ.
ການໂອ້ລົມສົນທະນາ “ນັກທຸລະກິດ ຫວຽດນາມ ຢູ່ ຕ່າງປະເທດ ດ້ວຍເຄືອຂ່າຍຈຳໜ່າຍສິນຄ້າ ຫວຽດນາມ ຢູ່ພາຍໃນ ແລະ ຕ່າງປະເທດ” ຈັດຂຶ້ນໃນວັນທີ 13 ຕຸລາ (ພາບ: baoquocte.vn)
      ການໂອ້ລົມສົນທະນາ “ນັກທຸລະກິດ ຫວຽດນາມ ຢູ່ ຕ່າງປະເທດ ດ້ວຍເຄືອຂ່າຍຈຳໜ່າຍສິນຄ້າ ຫວຽດນາມ ຢູ່ພາຍໃນ ແລະ ຕ່າງປະເທດ” ໂດຍຄະນະກຳມະການແຫ່ງລັດ ກ່ຽວກັບຊາວ ຫວຽດນາມ ອາໄສຢູ່ ຕ່າງປະເທດ, ກະຊວງການຕ່າງປະເທດ ຫວຽດນາມ ແລະ ຄະນະກຳມະການກ່ຽວກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ນະຄອນ ໂຮ່ຈີມິນ ໄດ້ສົມທົບກັບ ກົມສົ່ງເສີມການຄ້າ (ກະຊວງອຸດສາຫະກຳ-ການຄ້າ ຫວຽດນາມ) ແລະ ສະຫະສະມາຄົມນັກທຸລະກິດເອກະຊົນ ຫວຽດນາມ ຈັດຂຶ້ນໃນຕອນບ່າຍວັນທີ 13 ຕຸລາ, ເນື່ອງໃນໂອກາດວັນນັກທຸລະກິດ ຫວຽດນາມ (13 ຕຸລາ).
        ທີ່ການໂອ້ລົມສົນທະນາບັນດາ, ຜູ້ແທນໄດ້ປຶກສາຫາລືຫຼາຍມາດຕະການເພື່ອເພີ່ມທະວີການລະດົມປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດບໍລິໂພກຜະລິດຕະພັນທີ່ມີເຄື່ອງໝາຍການຄ້າ ຫວຽດນາມ, ຕັ້ງໜ້າເຂົ້າຮ່ວມການແນະນຳສິນຄ້າ ຫວຽດນາມ ແລະ ພັດທະນາບັນດາສາຂາຈຳໜ່າຍສິນຄ້າຂອງ ຫວຽດນາມ ຢູ່ຕ່າງປະເທດທັງທາງກົງ ແລະ ທາງອ້ອມ … ທ່ານ ຫວູບ໊າຝູ, ຫົວໜ້າກົມສົ່ງເສີມການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຢັ້ງຢືນວ່າ ໃນສະພາບການໂລກລະບາດໂຄວິດ - 19 ຄືໃນປັດຈຸບັນ, ດ້ວຍການເຄື່ອນໄຫວສົ່ງເສີມການຄ້າຢ່າງມີປະສິດທິຜົນ, ນັກທຸລະກິດ ຫວຽດນາມ ຢູ່ຕ່າງປະເທດ ໄດ້ປະກອບສ່ວນຢັ້ງຢືນໄດ້ທີ່ຕັ້ງຢ່າງໝັ້ນແກ່ນຂອງສິນຄ້າ ຫວຽດນາມ ຢູ່ຕະຫຼາດຕ່າງໆໃນໂລກ, ຈາກນັ້ນ, ນຳມາເຊິ່ງຜົນປະໂຫຍດອັນແທດຈິງໃຫ້ແກ່ວິສາຫະກິດ.
        ພວກຂ້າພະເຈົ້າມີຂໍ້ສະເໜີຕໍ່ປະຊາຄົມນັກທຸລະກິດຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ດັ່ງນີ້: ທີໜຶ່ງແມ່ນ ໜູນຊ່ວຍວິສາຫະກິດ ຫວຽດນາມ ເຊື່ອມຕໍ່ກັບບໍລິສັດນຳເຂົ້າຕ່າງປະເທດ ເພື່ອນຳຜະລິດຕະພັນ ຫວຽດນາມ ເຂົ້າໃນລະບົບຈຳໜ່າຍຂອງຕ່າງປະເທດຢ່າງເປັນປົກກະຕິ ແລະ ຍືນຍົງ. ທີສອງແມ່ນ, ພ້ອມກັນຮ່ວມແຮງຮ່ວມໃຈກັບ ລາຍການເຄື່ອງໝາຍການຄ້າແຫ່ງຊາດເພື່ອຜັນຂະຫຍາຍການເຄື່ອນໄຫວໂຄສະນາເຄື່ອງໝາຍການຄ້າແຫ່ງຊາດຜ່ານການໂຄສະນາຜະລິດຕະພັນທີ່ດີ, ຜະລິດຕະພັນບັນລຸເຄື່ອງໝາຍການຄ້າແຫ່ງຊາດ. ທີສາມແມ່ນ ສະໜອງຂໍ້ມູນຂ່າວສານກ່ຽວກັບຄວາມຕ້ອງການຂອງຕະຫຼາດ ໃຫ້ອົງການຄຸ້ມຄອງລັດ”. ນອກຈາກນັ້ນບັນດາຜູ້ແທນກໍໄດ້ສຸມໃສ່ປຶກສາຫາລືກ່ຽວກັບເຄືອຂ່າຍສູນການຄ້າຂອງນັກທຸລະກິດຫວຽດນາມຢູ່ປະເທດຕ່າງໆໃນໂລກອີກດ້ວຍ.
(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top