• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນັກຊ່ຽວຊານລັດເຊຍ: ຫວຽດນາມ ແມ່ນບ່ອນອີງທີ່ໝັ້ນຄົງຂອງ ລັດເຊຍ ຢູ່ ອາຊີຕາເວັນອອກສ່ຽງໃຕ້

ຫວຽດນາມ ສວມບົດບາດສຳຄັນສຳລັບ ລັດເຊຍ, ຄ້າຍຄືເປັນບ່ອນອີງໃຫ້ແກ່ການພົວພັນທີ່ມີສະຖຽນລະພາບຂອງທົ່ວປະເທດ ລັດເຊຍ ເວົ້າລວມ ແລະ ເຂດຕາເວັນອອກໄກເວົ້າສະເພາະ ກັບອາຊີຕາເວັນອອກສ່ຽງໃຕ້.
  ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov (ພາບ: AFP)  

ວັນທີ 05 ກໍລະກົດ, ເມື່ອຕອບສຳພາດຕໍ່ນັກຂ່າວກ່ອນການເດີນທາງມາຢ້ຽມຢາມ ຫວຽດນາມ ຂອງທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov, ນັກຄົ້ນຄວ້າ ຫວຽດນາມ ວິທະຍາ ທ່ານ Grigory Lokshin ຖືວ່າ ຫວຽດນາມ ແມ່ນບ່ອນອີງທີ່ໝັ້ນຄົງຂອງ ລັດເຊຍ ຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້.

ໃນການຕອບສຳພາດກັບໜັງສືພິມ ດົກເລິບ (ເອກະລາດ), ນັກຊ່ຽວຊານ Grigory Lokshin ຢືນຢັນວ່າ, ຫວຽດນາມ ສວມບົດບາດສຳຄັນສຳລັບ ລັດເຊຍ, ຄ້າຍຄືເປັນບ່ອນອີງໃຫ້ແກ່ການພົວພັນທີ່ມີສະຖຽນລະພາບຂອງທົ່ວປະເທດ ລັດເຊຍ ເວົ້າລວມ ແລະ ເຂດຕາເວັນອອກໄກເວົ້າສະເພາະ ກັບອາຊີຕາເວັນອອກສ່ຽງໃຕ້. ຕາມນັກຄົ້ນຄວ້າ ລັດເຊຍ ແລ້ວ, ການຮ່ວມມືໃນຂົງເຂດເຕັກນິກການທະຫານ ແລະ ການພັດທະນາໂຄງການນ້ຳມັນອາຍແກັດລວມໃນຂົງເຂດພະລັງງານ ໄດ້ສວມບົດບາດສຳຄັນໃນການພົວພັນ 2 ຝ່າຍ ແລະ ຍາມໃດກໍ່ແມ່ນຫົວເລື່ອງຕົ້ນຕໍໃນບັນດາການພົບປະວຽກງານຂອງວົງການການເມືອງ 2 ປະເທດ.

ໜັງສືພິມ ດົກເລິບ ໃຫ້ຂໍ້ສັງເກດວ່າ, ການໄປປະຕິບັດງານຢູ່ ອາຊີ ຂອງທ່ານລັດຖະມົນຕີການຕ່າງປະເທດ Sergei Lavrov ໄດ້ສະແດງໃຫ້ເຫັນວ່າ ລັດເຊຍ ສ້າງແຜນການເປີດກວ້າງການຮ່ວມມືທາງດ້ານເສດຖະກິດກັບບັນດາປະເທດທີ່ມີການພົວພັນມິດຕະພາບທີ່ເປັນມູນເຊື້ອຄື ຫວຽດນາມ ແລະ ມົງໂກນ, ເຊິ່ງແມ່ນບັນດາປະເທດທຳອິດທີ່ມາປະຕິບັດງານຂອງທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ແລະ ລາວ ເພີ່ມທະວີການຮ່ວມມື, ແລກປ່ຽນບົດຮຽນໃນການຄຸ້ມຄອງລັດກ່ຽວກັບສາສະໜາ

ຫວຽດນາມ ແລະ ລາວ ເພີ່ມທະວີການຮ່ວມມື, ແລກປ່ຽນບົດຮຽນໃນການຄຸ້ມຄອງລັດກ່ຽວກັບສາສະໜາ

ໃນໄລຍະຈະມາເຖິງ, ກະຊວງພາຍໃນ (ຄະນະສາສະໜາຂອງລັດຖະບານ) ແລະ ຄະນະກຳມະການສູນກາງແນວລາວສ້າງຊາດ...

Top