• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນັກຊ່ຽວຊານຢັ້ງຢືນສະເກັດຂອງເຮືອບິນ MH370

ນັກຊ່ຽວຊານເຮືອບິນອາວະກາດ ໄດ້ຢັ້ງຢືນວ່າ, ບັນດາສະເກັດທີ່ຊອກເຫັນຢູ່ຫາດຊາຍທະເລ Antsiraka ແມ່ນສ່ວນໜຶ່ງຢູ່ປະຕູເກັບຕີນຂອງເຮືອບິນລຳດັ່ງກ່າວ.
ສະເກັດທີ່ຊອກເຫັນຢູ່ຫາດຊາຍທະເລ Antsiraka (ພາບ: Airlines Rating)

ນັກຊ່ຽວຊານໄດ້ຢັ້ງຢືນວ່າ, ບັນດາສະເກັດທີ່ຊອກເຫັນຢູ່ຫາດຊາຍທະເລ Antsiraka ຢູ່ Madagascar ເມື່ອປີ 2019 ແມ່ນຂອງເຮືອບິນ Boeing 777-200ER ຂອງບໍລິສັດການບິນ Malaysia Airlines (MH370), ເມື່ອພວມປະຕິບັດການເດີນທາງຈາກສະໜາມບິນສາກົນ Kuala Lumpur ປະເທດ ມາເລເຊຍ ໃນເວລາ 00 ໂມງ 42 ນາທີ ຂອງວັນທີ 08 ມີນາ 2014 (ຕາມເວລາທ້ອງຖິ່ນ) ໄປຍັງສະໜາມບິນສາກົນ ປັກກິ່ງ (ຈີນ) ຖືກຫາຍສາບສູນໃນປີ 2014. ຕາມບົດລາຍງານທີ່ໄດ້ປະກາດໃນວັນທີ 31 ກໍລະກົດ, ໃນເວບໄຊສະເພາະກ່ຽວກັບບັ້ນຊອກຫາເຮືອບິນ MH370, ທ່ານ Richard Godfrey, ນັກຊ່ຽວຊານເຮືອບິນອາວະກາດ ໄດ້ຢັ້ງຢືນວ່າ, ບັນດາສະເກັດທີ່ຊອກເຫັນຢູ່ຫາດຊາຍທະເລ Antsiraka ແມ່ນສ່ວນໜຶ່ງຢູ່ປະຕູເກັບຕີນຂອງເຮືອບິນລຳດັ່ງກ່າວ.

ເຖິງວ່າ, ເກືອບ 10 ປີຜ່ານໄປແລ້ວ, ແຕ່ເຫດເຮືອບິນ MH370 ແລະ ຜູ້ໂດຍສານ 227 ຄົນ ພ້ອມກັບຈຸບິນທີ່ຖືກຫາຍສາບສູນນັ້ນຍັງເປັນສິ່ງລຶກລັບຢູ່.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ເລມິນຮຶງ: ຕ້ອງປ່ຽນແປງໃໝ່ລະບົບຈຳໜ່າຍນ້ຳມັນເຊື້ອໄຟຢ່າງແທ້ຈິງ

ທ່ານນາຍົກລັດຖະມົນຕີ ເລມິນຮຶງ: ຕ້ອງປ່ຽນແປງໃໝ່ລະບົບຈຳໜ່າຍນ້ຳມັນເຊື້ອໄຟຢ່າງແທ້ຈິງ

ຕອນເຊົ້າວັນທີ 11 ກັນຍາ, ທີ່ຮ່າໂນ້ຍ, ທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານການເຮັດວຽກກັບກະຊວງອຸດສາຫະກຳການຄ້າ ຫວຽດນາມ ແລະ ບັນດາກະຊວງ, ອົງການທີ່ກ່ຽວຂ້ອງກ່ຽວກັບການສ້າງໂຄງປະກອບ ແລະ ຈັດສັນລະບົບການຈຳໜ່າຍນ້ຳມັນເຊື້ອໄຟຄືນໃໝ່.

Top