ຂ່າວສານ
ນະຄອນ ໂຮ່ຈີມິນ ຕັ້ງຄວາມຫວັງຈະຕ້ອນຮັບແຂກທ່ອງທ່ຽວສາກົນ 10 ລ້ານເທື່ອຄົນໃນປີ 2025
ກຳລັງໜູນເຕີບໂຕບໍ່ພຽງແຕ່ມາຈາກບັນດາເຫດການວັດທະນະທຳ, ງານບຸນເທົ່ານັ້ນ ຫາກຍັງມາຈາກການກັບມາຫວຽດນາມຄືນໃໝ່ຂອງບັນດາຕະຫຼາດຈຸດສຸມແລະ ຄວາມມານະພະຍາຍາມເຮັດໃໝ່ຜະລິດຕະພັນຂອງບັນດາວິສາຫະກິດອີກດ້ວຍ. ປັດຈຸບັນນີ້, ພະແນກທ່ອງທ່ຽວນະຄອນ ໂຮ່ຈີມິນ ໄດ້ດັດປັບຄາດໝາຍພັດທະນາຂອງຂະແໜງໃນຊຸມເດືອນທ້າຍປີ. ຕາມນັ້ນແລ້ວ, ນະຄອນ ໂຮ່ຈີມິນ ຈະສູ້ຊົນຕ້ອນຮັບແຂກທ່ອງທ່ຽວສາກົນໃຫ້ໄດ້ 10 ລ້ານເທື່ອຄົນ (ໝາຍຄວາມວ່າເພີ່ມຂຶ້ນ 1,5 ລ້ານເທື່ອຄົນ ເມື່ອທຽບໃສ່ຄາດໝາຍເກົ່າ) ແລະ ຕ້ອນຮັບແຂກທ່ອງທ່ຽວພາຍໃນປະເທດ 45 – 50 ລ້ານເທື່ອຄົນ (ເພີ່ມຂຶ້ນ 5 ລ້ານ). ຫວັງວ່າ ບັນດາຜະລິດຕະພັນໃໝ່ທີ່ດຳເນີນໃນຊຸມເດືອນທ້າຍປີ ຈະເຮັດໃຫ້ແຂກທ່ອງທ່ຽວມີການສຳຜັດດ້ວຍຫຼາຍຮູບຫຼາຍແບບ, ຊຸກຍູ້ເສດຖະກິດຍາມກາງຄືນ, ເຊິ່ງແມ່ນເປົ້າໝາຍຍຸດທະສາດ ທີ່ນະຄອນພວມມຸ່ງໄປເຖິງເພື່ອຍົກສູງຄວາມສາມາດແກ້ງແຍ້ງກັບບັນດາຕະຫຼາດອື່ນໃນພາກພື້ນ.








