• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນະ​ຄອນ ໂຮ່​ຈີ​ມິນ ໄຂ​ຖະ​ໜົນ​ດອກ​ໄມ້​, ຖະ​ໜົນ​ປຶ້ມ​ເຕັດ

ຕອນຄ່ຳວັນທີ 7 ກຸມພາ, ຖະໜົນດອກໄມ້ຫງວຽນເຫ້ວ ບຸນເຕັດປີມະໂລງ 2024 ໄດ້ໄຂຂຶ້ນ ຢູ່ນະຄອນ ໂຮ່ຈີມິນ ດ້ວຍຫົວຂໍ້ “ລະດູບານໃໝ່ແຫ່ງຄວາມຮັກແພງ, ບຸນເຕັດເຕົ້າໂຮມ”.
ຖະໜົນດອກໄມ້ (ພາບ: TTXVN)

ກ່ອນໜ້ານັ້ນໃນຕອນບ່າຍວັນດຽວກັນ, ຖະໜົນປຶ້ມ ເຕັດກໍ່ໄດ້ໄຂຂຶ້ນ. ຖະໜົນດອກໄມ້ໄດ້ແບ່ງປັນ 3 ພາກໃຫຍ່. ປ້າ ຝ່ານທິຢ້ຽມຈາງ ປະຊາຊົນເມືອງ 1 ແບ່ງປັນວ່າ:

ມາຖະໜົນດອກໄມ້, ຂ້າພະເຈົ້າຮູ້ສຶກດີໃຈ ແລະ ມີຄວາມສຸກຫຼາຍ. ຂ້າພະເຈົ້າບໍ່ຄິດວ່າຈະມີຫຼາຍຄົນມາໄວຄືຈັງຊີ້. ຂ້າພະເຈົ້າເຫັນວາ ຖະໜົນດອກໄມ້ປີນີ້ງາມທີ່ສຸດ ດ້ວຍຄູ່ມັງກອນບິນຢູ່ກາງຝ້າ. ຂ້າພະເຈົ້າຫວັງວ່າ ປະເທດຫວຽດນາມ ກໍ່ຈະມີການພັດທະນາຄືສັນຍາລັກມັງກອນບິນຂຶ້ນຝ້າ.

 ຕາມຄະນະຈັດຕັ້ງແລ້ວ, ຮູບມັງກອນ ຢູ່ ຖະໜົນດອກໄມ້ຍັງເຕື້ອງເຖິງມູນເຊື້ອກ່ຽວກັບເລື່ອງປະຫວັດ ລູກມັງກອນຫຼາຍເທລະດີ ແລະ ສິ່ງທີ່ດີງາມໃນປີໃໝ່. ໃນຂະນະນັ້ນ, ດ້ວຍຫົວຂໍ້ “ລະດູບານໃໝ່ແຫ່ງຄວາມຮັກແພງ - ບຸນເຕັດເຕົ້ມໂຮມ”, ງານບຸນຖະໜົນປຶ້ມເຕັດ ປີນີ້ຈະແກ່ຍາວແຕ່ວັນທີ 7 ຫາວັນທີ 14 ກຸມພາ ຢູ່ຖະໜົນເລເລີຍ, ເມືອງ 1, ນະຄອນໂຮ່ຈີມິນ.

(ແຫຼ່ງຄັດຈາກ VOV)

ຊາວໜຸ່ມ ຫວຽດນາມ - ລາວ, ຂົວເຊື່ອມຕໍ່ຕິດພັນ ແລະ ຮັດແໜ້ນສາຍພົວພັນລະຫວ່າງ 2 ປະເທດ

ຊາວໜຸ່ມ ຫວຽດນາມ - ລາວ, ຂົວເຊື່ອມຕໍ່ຕິດພັນ ແລະ ຮັດແໜ້ນສາຍພົວພັນລະຫວ່າງ 2 ປະເທດ

ຄະນະຊາວໜຸ່ມອາສາສະໝັກໄດ້ຜັນຂະຫຍາຍບັນດາການເຄື່ອນໄຫວຮັບປະກັນຊີວິດສັງຄົມ, ໜູນຊ່ວຍປະຊາຄົມ ແລະ ສ້າງກິດຈະກຳຊາວໜຸ່ມ

Top