• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນະ​ຄອນ ໂຮ່​ຈີ​ມິນ ແລະ ຮ່າ​ໂນ້ຍ ນອນ​ໃນ​ກຸ່ມ 5 ຕົວ​ເມືອງ​ມີ​ການ​ເຕີບ​ໂຕ​ໄວ​ທີ່​ສຸດ​ໃນ​ໂລກ

ຕ​າມ​ຕ​າ​ຕະ​ລາງ​ຈັດ​ອັນ​ດັບ​ບັນ​ດາ​ຕົວ​ເມືອງ​ທີ່​ມີ​ການ​ເຕີບ​ໂຕ​ໄວ​ທີ່​ສຸດ​ໃນ​ໂລກ (Growth Hubs Index) ຂອງ Savills (ເຊິ່ງ​ເປັນ​ກຸ່ມ​ບໍ​ລິ​ສັດ​ສະ​ໜອງ​ການ​ບໍ​ລິ​ການ​ອະ​ສັງ​ຫາ​ລິ​ມະ​ຊັບ​ທ​ົ່ວ​ໂລກ​ທີ່​ມີ​ສຳ​ນັກ​ງານ​ຕັ້ງ​ຢູ່ ອັງ​ກິດ) ຫາ​ກໍ​ປະ​ກາ​ດ​ນັ້ນ, ສອງ​ຕົວ​ເມືອງ​ໃຫຍ່​ສຸດ​ຂອງ ຫວຽດ​ນາມ ນັ້ນ​ແມ່ນ ຮ່າ​ໂນ້ຍ ແລະ ນະ​ຄອນ ໂຮ່​ຈີ​ມິນ ນອນ​ໃນ​ກຸ່ມ​ຕົວ​ເມືອງ​ແຖວ​ໜ້າ​ໂລກ​ກ່ຽວ​ກັບ​​ກຳ​ລັງ​ບົ່ມ​ຊ້ອນການເຕີບ​ໂຕ​ໃນ​ສັງ​ກາດ​ຈະ​ມາ​ເຖິງ.
  ມຸມໜຶ່ງຂອງນະຄອນຫຼວງ ຮ່າ​ໂນ້ຍ. (ພາບ: Tuấn Anh/TTXVN)  

ຕາມ​​ກຸ່ມ​ບໍ​ລິ​ສັດ Savills ແລ້ວ, ໃນ​ຈຳ​ນວນ 245 ນະ​ຄອນ​ທີ່​ໄດ້​ຮັບ​ການ​ຄົ້ນ​ຄວ້າ, ການ​ເຕີບ​ໂຕ​ໃນ 10 ປີ​ຈະ​ມາ​ເຖິງ​ຈະ​ສຸມ​ໃສ່ ອາ​ຊີ ຢ່າງ​ແຮງ, ເຊ​ິ່ງ​ແມ່ນ​ພາກ​ພື້ນ​ທີ່​ເຕົ້າ​ໂຮມຫຼາຍ​ທ່າ​ໄດ້​ປຽບ​ຄື ປະ​ຊາ​ກອນ​ໜຸ່ມ, ລະ​ດັບ​ຄວາມ​ໄວ​ໃນ​ການ​ຫັນ​ເປັນ​ຕົວ​ເມືອງ​ສູງ ແລະ ກຳ​​ລັງຄວາມ​ສາ​ມາດ​ໃນ​ການ​ຜະ​ລິດ​ກໍ​ນັບ​ມື້​ນັບ​ໄດ້​ຮັບ​ການ​ເປີດກວ້າງ. ໃນ​ພາບ​ພົດ​ນັ້ນ, ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປະ​ເທດ​ທີ່​ພົ້ນ​ເດັ່ນ​ທີ່​ສຸດ ເມື່ອ​ມີ​ທັງ​ສອງ​ຕົວ​ເມືອງ​ໃຫຍ່ລ້ວນ​ແຕ່ນອນ​ໃນ​ກຸ່ມ​ແຖວ​ໜ້າ​ໂລກ. ​​ກຸ່ມ​ບໍ​ລິ​ສັດ Savills ໄດ້​ຕີ​ລາ​ຄ​າ​ວ່າ ພື້ນ​ຖານ​ໂຄງ​ລ່າງ​ພວມ​ສວມ​ບົດ​ບາດ​ຕັດ​ສິນ​ຊ່ວຍ​ໃຫ້ ຫວຽດ​ນາມ ຫັນ​ກຳ​ລັງ​ຄວາມ​ສາ​ມາດ​ເຕີບ​ໂຕ​ກາຍ​ເປັນ​ກຳ​ລັງ​ຄວາມ​ສາ​ມາດ​ພັດ​ທະ​ນາ​ຢ່າງ​ແທ້​ຈິງ ແລະ ຍືນ​ຍົງ. ນອ​ກ​ຈາກ “ພື້ນ​ຖານ​ໂຄງ​ລ່າງ​​ດ້ານ​ກາຍ​ຍະ​ພາບ (Hard Infrastructure)” ແລ້ວ, ບັນ​ດາ​ປັດ​ໄຈ​ຄື ການ​ສຶກ​ສາ, ສາ​ທາ​ລະ​ນະ​ສຸກ, ສະ​ພາບ​ແວດ​ລ້ອມ​ດຳ​ລົງ​ຊີ​ວິດ ແລະ ຄວາມ​ສະ​ດວກ​ໃນ​ສັງ​ຄົມ ຫຼື​ຍັງ​ເອີ້ນ​ວ່າ “ພື້ນ​ຖານ​ໂຄງ​ລ່າງ​ດ້ານ​ກົດ​ໝາຍ ແລະ ມາດ​ຕະ​ຖານ (Soft Infrastructure” ກໍ​ນັບ​ມື້​ນັບສົ່ງຜົນ​ກະ​ທົບ​ຢ່າງ​ແຮງ​ຕໍ່​ການ​ຕັດ​ສິນ​ໃຈລົງ​ທຶນ​ຂອງວິ​ສາ​ຫະ​ກິດ ແລະ ຜູ້​ອອກ​ແຮງ​ງານ​ທີ່​ມີ​ຄຸນ​ນະ​ພາບ​ສູງ.

  Landmark 81 ຕຶກ​ອາ​ຄານ​ສູງ​ສຸດ​ຂອງ​ປະ​ເທດ ແລະ ແມ່ນ​ສັນ​ຍາ​ລັກ​ແກ່​ການ​ພັດ​ທະ​ນາ​ຂອງ​ນະ​ຄອນ ໂຮ່​ຈີ​ມິນ (ພາບ: VOV)  

ເລື່ອງ​ນະ​ຄອນ ໂຮ່​ຈີມິນ ແລະ ຮ່າ​ໂນ້ຍ ຖືກ​ຈັດ​ເຂົ້າ​ໃນ​ລຳ​ດັບ​ສູງ​ກ່ຽວ​ກັບ​ກຳ​ລັງ​ບົ່ມ​ຊ້ອນ​ການ​ເຕີບ​ໂຕ​ທົ່ວ​ໂລກ​ນັ້ນ ໄດ້​ຮັບ​ການ​ຕີ​ລ​ຄາ​ວ່າ ຈະ​ສືບ​ຕໍ່​​ປັບ​ປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ນັກ​ລົງ​ທຶນ​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ຕໍ່​ກັບຕະຫຼາດ​ອະ​ສັງ​ຫາ​ລິ​ມະ​ຊັບ ຫວຽດ​ນາມ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ທີ່​ຂະ​ຫຍັນ​ຂັນ​ເຄື່ອນ​ຂອງ ອິດ​ສະ​ຣາ​ແອັນ, ມີ​ບົດ​ບາດ​ນັບ​ມື້​ນັບ​ສຳ​ຄັນ​ຢູ່ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ທີ່​ຂະ​ຫຍັນ​ຂັນ​ເຄື່ອນ​ຂອງ ອິດ​ສະ​ຣາ​ແອັນ, ມີ​ບົດ​ບາດ​ນັບ​ມື້​ນັບ​ສຳ​ຄັນ​ຢູ່ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

ວັນ​ທີ 18 ພຶດ​ສະ​ພາ, ຢູ່​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີທີ່ Jerusalem, ທ່ານ ຫງວຽນ​ກີ່​ເຊີນ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ອິດ​ສະ​ຣາ​ແອັນ ໄດ້​ຍື່ນ​ສານ​ຕາ​ຕັ້ງ​ຕໍ່ທ່ານ Isaac Herzog ​ປະ​ທາ​ນາ​ທິ​ບໍ​ດີ ອິດ​ສ​ະ​ຣາ​ແອັນ, ເລີ່ມ​​ປະ​ຕິ​ບັດ​ໜ້າ​ທີ່​ການ​ທູດ​ຢູ່ ລັດ ອິດ​ສະ​ຣາ​ແອັນ ຢ່າງ​ເປັນ​ທາງ​ການ.

Top