• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນະ​ຄອນ ໂຮ່​ຈີ​ມິນ ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ລາວ

ນະຄອນ ໂຮ່ຈີມິນ ຕັດສິນໃຈເຮັດຈົນສຸດຄວາມສາມາດຂອງຕົນເພື່ອປັບປຸງ, ເພີ່ມທະວີການພົວພັນສາມັກຄີແບບພິເສດ ຫວຽດນາມ - ລາວ; ພ້ອມດຽວກັນນັ້ນ, ເອົາໃຈໃສ່ຊຸກຍູ້ການພົວພັນຮ່ວມມືສອງຝ່າຍລະຫວ່າງນະຄອນ ໂຮ່ຈີມິນ ແລະ ບັນດາທ້ອງຖິ່ນຂອງລາວ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ.
ທ່ານ ຫງວຽນວັນເນັນ, ເລຂາຄະນະພັກນະຄອນ ໂຮ່ຈີມິນ ຕ້ອນຮັບທ່ານ ຄຳພັນ ພົມມະທັດ, ກຳມະການກົມການເມືອງ, ປະທານຄະນະກຳມະການກວດກາສູນກາງພັກ ປະຊາຊົນປະຕິວັດ ລາວ, ຫົວໜ້າອົງການກວດກາແຫ່ງລັດ ລາວ (ພາບ: TTXVN)

ຕອນຄ່ຳວັນທີ 5 ມິຖຸນາ, ຢູ່ນະຄອນ ໂຮ່ຈີມິນ, ທ່ານ ຫງວຽນວັນເນັນ, ເລຂາຄະນະພັກນະຄອນ ໂຮ່ຈີມິນ, ໄດ້ໃຫ້ການຕ້ອນຮັບທ່ານ ຄຳພັນ ພົມມະທັດ, ກຳມະການກົມການເມືອງ, ປະທານຄະນະກຳມະການກວດກາສູນກາງພັກ ປະຊາຊົນປະຕິວັດ ລາວ, ຫົວໜ້າອົງການກວດກາແຫ່ງລັດ ລາວ ພວມຢູ່ຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນ ໂຮ່ຈີມິນ. ນະທີ່ນີ້, ທ່ານ ຫງວຽນວັນເນັນ ເນັ້ນໜັກວ່າ ຫວຽດນາມ ເວົ້າລວມ, ນະຄອນ ໂຮ່ຈີມິນ ເວົ້າສະເພາະ, ຍາມໃດກໍຖືເປັນສຳຄັນ ແລະ ໃຫ້ບຸລິມະສິດສູງສຸດເພື່ອປັບປຸງ, ຮັກສາ ແລະ ເພີ່ມທະວີການພົວພັນມິດຕະພາຍອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ. ນະຄອນ ໂຮ່ຈີມິນ ຕັດສິນໃຈເຮັດຈົນສຸດຄວາມສາມາດຂອງຕົນເພື່ອປັບປຸງ, ເພີ່ມທະວີການພົວພັນສາມັກຄີແບບພິເສດ ຫວຽດນາມ - ລາວ; ພ້ອມດຽວກັນນັ້ນ, ເອົາໃຈໃສ່ຊຸກຍູ້ການພົວພັນຮ່ວມມືສອງຝ່າຍລະຫວ່າງນະຄອນ ໂຮ່ຈີມິນ ແລະ ບັນດາທ້ອງຖິ່ນຂອງລາວ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ.

ສ່ວນທ່ານ ຄຳພັນ ພົມມະທັດ ຢັ້ງຢືນວ່າ ລາວ ຍາມໃດກໍປາດຖະໜາຢາກພັດທະນາການພົວພັນອັນດີງາມກັບນະຄອນ ໂຮ່ຈີມິນ, ນຳການພົວພັນນັ້ນໃຫ້ນັບມື້ນັບເຂົ້າສູ່ລວງເລິກ ແລະ ແທດຈິງ; ພ້ອມດຽວກັນນັ້ນ, ທ່ານກໍປາດຖະໜາວ່າ ໃນໄລຍະຈະມາເຖິງ, ນະຄອນ ໂຮ່ຈີມິນ ສືບຕໍ່ຍູ້ແຮງບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນ; ສ້າງເງື່ອນໄຂເພື່ອໃຫ້ບັນດາອົງການ, ຫົວໜ່ວຍ, ທ້ອງຖິ່ນຂອງ ລາວ ມາຢ້ຽມຢາມ, ເຮັດວຽກ ແລະ ຖອດຖອນບົດຮຽນປະສົບການໃນວຽກງານກວດກາພັກ, ກວດກາລັດ ແລະ ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້ຂອງນະຄອນ.

(ແຫຼ່ງຄັດຈາກ VOV)

ໄຂ​ເວ​ທີ​ປາ​ໄສ​​ປັນ​ຍາຊົນ​ໜຸ່ມ ຫວຽດ​ນາມ ໃນທົ່ວ​ໂລກ ຄັ້ງ​ທີ 6 ປີ 2025

ໄຂ​ເວ​ທີ​ປາ​ໄສ​​ປັນ​ຍາຊົນ​ໜຸ່ມ ຫວຽດ​ນາມ ໃນທົ່ວ​ໂລກ ຄັ້ງ​ທີ 6 ປີ 2025

ເວທີປາໄສ ມີການເຂົ້າຮ່ວມຂອງຜູ້ແທນກວ່າ 200 ທ່ານ ເຊິ່ງເປັນບັນດາປັນຍາຊົນໜຸ່ມດີເດັ່ນຢູ່ພາຍໃນ ແລະ ຕ່າງປະເທດ, ຕາງໜ້າໃນຫຼາຍຂົງເຂດປາຍແຫຼມ.

Top