• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນະ​ຄອນ​ ໂຮ່​ຈີ​ມິນ ເຊື່ອມ​ຕໍ່​ເຄືອ​ຂ່າຍ​ບັນ​ດາ​ຜູ້​ນຳ​ໜ້າ​ທົ່ວ​ໂລກ​ຢູ່ WEF Dalian, ຈີນ

ໃນ​ຂອບ​ເຂດ AMNC 2026, ການ​ນຳ​ນະ​ຄອນ ໂຮ່​ຈີ​ມິນ ໄດ້​ເຂົ້າ​ຮ່ວມ 7 ​ວາ​ລະ​ປະ​ຊຸມ ແລະ ກິດ​ຈະ​ກຳທາງ​ການ​ຂອງກອງ​ປະ​ຊຸມ, ໂດຍສຸມ​ໃສ່​​ບັນ​ດາ​ຫົວ​ຂໍ້​ມີ​ລັກ​ສະ​ນະ​ຍຸດ​ທະ​ສາດ ແລະ ກໍ່​ຜົນ​ກະ​ທົບ​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ​ຕໍ່​ການ​ເຕີບ​ໂຕ​ທົ່ວ​ໂລກ.
  ທ່ານ ຫງວຽນ​ລົກ​ຮ່າ, ຮອງ​ປະ​ທານ​ຜູ້​ປະ​ຈຳ​ການ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ໂຮ່​ຈີ​ມິນ ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ​ລະ​ຫວ່າງ ການ​ນຳAPEC ແລະ ອາ​ຊຽນ (ພາບ: VOV)  

ນັບ​ແຕ່​ວັນ​ທີ 22 – 26 ມິ​ຖຸ​ນາ, ຄະ​ນະ​ປະ​ຕິ​ບັດ​ງານ​ໂດຍ​ທ່ານ ຫງວຽນ​ລົກ​ຮ່າ, ຮອງ​ປະ​ທານ​ຜູ້​ປະ​ຈຳ​ການ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ໂຮ່​ຈີ​ມິນ ເປັນ​ຫົວ​ໜ້າ​ຄະ​ນະ, ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ປະ​ຈຳ​ປີ​ກັບ​ບັນ​ດາ​ຜູ້​ນຳ​ໜ້າ​ຄັ້ງ​ທີ 17 (AMNC 2026) ຂອງ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດໂລກ (WEF) ຢູ່ Dalian, ຈີນ ພ້ອມ​ທັງ​ຈັດ​ບັນ​ດາ​ການ​ເຄື່ອນ​ໄຫວ​ຢູ່ນອກກອງ​ປະ​ຊຸມ, ລວມ​ມີ​ບັນ​ດາ​ໂຄງ​ການ​ສົ່ງ​ເສີມ​ການ​ລົງ​ທຶນ, ການ​ໂອ້​ລົມ​ສົນ​ທະ​ນາ ແລະ ການ​ເຊື່ອມ​ຕໍ່​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ.

ໃນ​ຂອບ​ເຂດ AMNC 2026, ການ​ນຳ​ນະ​ຄອນ ໂຮ່​ຈີ​ມິນ ໄດ້​ເຂົ້າ​ຮ່ວມ 7 ​ວາ​ລະ​ປະ​ຊຸມ ແລະ ກິດ​ຈະ​ກຳທາງ​ການ​ຂອງກອງ​ປະ​ຊຸມ, ໂດຍສຸມ​ໃສ່​​ບັນ​ດາ​ຫົວ​ຂໍ້​ມີ​ລັກ​ສະ​ນະ​ຍຸດ​ທະ​ສາດ ແລະ ກໍ່​ຜົນ​ກະ​ທົບ​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ​ຕໍ່​ການ​ເຕີບ​ໂຕ​ທົ່ວ​ໂລກ.

ໄປ​ຄຽງ​ຄູ່​ກັບ​ບັນ​ດາ​ການ​ເຄື່ອນ​ໄຫວ​ລວມ, ນະ​ຄອນ​ໂຮ່​ຈີ​ມິນ ໄດ້​ຈັດ 5 ​ວາ​ລະໂອ້​ລົມ​ສົນ​ທະ​ນາ ແລະ ເວ​ທີ​ປາ​ໄສ​ສົ່ງ​ເສີມ​ການ​ລົງ​ທຶນ, ແລກ​ປ່ຽນ​ກ່ຽວ​ກັບ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ ກ່ຽວ​ກັ​ບ​ລະ​ບົບ​ມູນ​ຄ່າ​ກະ​ສິ​ກຳ​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ​ສູງ ໃນ​ສະ​ພາບ​ການ​ປະ​ຕິ​ວັດ​ອຸດ​ສາ​ຫະ​ກຳ​ຄັ້ງ​ທີ 4, ການ​ຮ່ວມ​ມື​ໃນ​ການ​ຊຸກ​ຍູ້​ການ​ຜະ​ລິດ​ແບບ​ອັດ​ຊະ​ລິ​ຍະ ໃນ​ອຸດ​ສາ​ຫະ​ກຳ​ຕິດ​ພັນ​ກັບ​ລະ​ບົບ​ມູນ​ຄ່າ​ທົ່ວ​ໂລກ…

(ແຫຼ່ງຄັດຈາກ VOV)

ນັກ​ຊ່ຽວ​ຊານ ​ຝ​ລັ່ງ ​ຕີ​ລາ​ຄາ​ສູງ​ແງ່​ຫວັງ​ພັດ​ທະ​ນາ​ຂອງ ຫວຽດ​ນາມ

ນັກ​ຊ່ຽວ​ຊານ ​ຝ​ລັ່ງ ​ຕີ​ລາ​ຄາ​ສູງ​ແງ່​ຫວັງ​ພັດ​ທະ​ນາ​ຂອງ ຫວຽດ​ນາມ

ທ່ານ Mickaël Driol ເນັ້ນ​ໜັກ​ວ່າ ບັນ​ດາ​ຕົວ​ເລກ​ນີ້​ບໍ່​ພຽງ​ແຕ່​ສ່ອງ​ແສງ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ໃນ​ການ​ລົງ​ທຶນ​ໃນ​ເອ​ກະ​ສານ​ເທົ່າ​ນັ້ນ ​ຫາກ​ຍັງ​ໄດ້​​ປະ​ກົດ​ຜົນ​ເປັນ​ຈິງ ດ້ວຍ​ບັນ​ດາ​ໂຄງ​ການ​ລະ​ອຽດ, ນັບ​ແຕ່​ການ​ກໍ່​ສ້າງ​ໂຮງ​ຈັກ​ໂຮງ​ງານ, ຕິດ​ຕັ້ງ​ຕ່ອງ​ໂສ້​ການ​ຜະ​ລິດ, ຮັບ​ສະ​ໝັກ​ຜູ້​ອອກ​ແຮງ​ງານ ຕະຫຼອດ​ຮອດ​ການ​ສ້າງ​ເຄືອ​ຂ່າຍ​ບັນ​ດາ​ຜູ້​ສະ​ໜອງ.

Top