ໃນຂອບເຂດ AMNC 2026, ການນຳນະຄອນ ໂຮ່ຈີມິນ ໄດ້ເຂົ້າຮ່ວມ 7 ວາລະປະຊຸມ ແລະ ກິດຈະກຳທາງການຂອງກອງປະຊຸມ, ໂດຍສຸມໃສ່ບັນດາຫົວຂໍ້ມີລັກສະນະຍຸດທະສາດ ແລະ ກໍ່ຜົນກະທົບຢ່າງເລິກເຊິ່ງກວ້າງຂວາງຕໍ່ການເຕີບໂຕທົ່ວໂລກ.
ທ່ານ ຫງວຽນລົກຮ່າ, ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ກ່າວຄຳເຫັນທີ່ການເຮັດວຽກລະຫວ່າງ ການນຳAPEC ແລະ ອາຊຽນ (ພາບ: VOV)
ນັບແຕ່ວັນທີ 22 – 26 ມິຖຸນາ, ຄະນະປະຕິບັດງານໂດຍທ່ານ ຫງວຽນລົກຮ່າ, ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ເປັນຫົວໜ້າຄະນະ, ໄດ້ເຂົ້າຮ່ວມກອງປະຊຸມປະຈຳປີກັບບັນດາຜູ້ນຳໜ້າຄັ້ງທີ 17 (AMNC 2026) ຂອງເວທີປາໄສເສດຖະກິດໂລກ (WEF) ຢູ່ Dalian, ຈີນ ພ້ອມທັງຈັດບັນດາການເຄື່ອນໄຫວຢູ່ນອກກອງປະຊຸມ, ລວມມີບັນດາໂຄງການສົ່ງເສີມການລົງທຶນ, ການໂອ້ລົມສົນທະນາ ແລະ ການເຊື່ອມຕໍ່ຮ່ວມມືດ້ານເສດຖະກິດ.
ໃນຂອບເຂດ AMNC 2026, ການນຳນະຄອນ ໂຮ່ຈີມິນ ໄດ້ເຂົ້າຮ່ວມ 7 ວາລະປະຊຸມ ແລະ ກິດຈະກຳທາງການຂອງກອງປະຊຸມ, ໂດຍສຸມໃສ່ບັນດາຫົວຂໍ້ມີລັກສະນະຍຸດທະສາດ ແລະ ກໍ່ຜົນກະທົບຢ່າງເລິກເຊິ່ງກວ້າງຂວາງຕໍ່ການເຕີບໂຕທົ່ວໂລກ.
ໄປຄຽງຄູ່ກັບບັນດາການເຄື່ອນໄຫວລວມ, ນະຄອນໂຮ່ຈີມິນ ໄດ້ຈັດ 5 ວາລະໂອ້ລົມສົນທະນາ ແລະ ເວທີປາໄສສົ່ງເສີມການລົງທຶນ, ແລກປ່ຽນກ່ຽວກັບການຊຸກຍູ້ການຮ່ວມມືດ້ານເສດຖະກິດ ກ່ຽວກັບລະບົບມູນຄ່າກະສິກຳນຳໃຊ້ເຕັກໂນໂລຢີສູງ ໃນສະພາບການປະຕິວັດອຸດສາຫະກຳຄັ້ງທີ 4, ການຮ່ວມມືໃນການຊຸກຍູ້ການຜະລິດແບບອັດຊະລິຍະ ໃນອຸດສາຫະກຳຕິດພັນກັບລະບົບມູນຄ່າທົ່ວໂລກ…