ວັນທີ 06 ພະຈິກ, ທ່ານ Kevin Hassett, ຜູ້ອຳນວຍການສະພາເສດຖະກິດແຫ່ງຊາດຂອງທຳນຽບຂາວ ອາເມລິກາ ໄດ້ຢືນຢັນ ວ່ານະໂຍບາຍເສດຖະກິດຂອງ ອາເມລິກາ ພາຍໃຕ້ສະໄໝຂອງ ທ່ານປະທານາທິບໍດີ Donald Trump ຈະບໍ່ມີການປ່ຽນແປງໃດໆ, ໂດຍບໍ່ຫົວຊາຕໍ່ໝາກຜົນການເລືອກຕັ້ງສະພາກາງສະໄໝທີ່ຫາກໍ່ຜ່ານມາ.
ຕາມເຈົ້າໜ້າຂັ້ນສູງນີ້, ໄຊຊະນະຂອງພັກປະຊາທິປະໄຕ ບໍ່ຕາງໜ້າໃຫ້ແກ່ການປະຕິເສດນະໂຍບາຍກະຕຸ້ນດ້ານແຫຼ່ງສະໜອງຂອງທ່ານປະທານາທິບໍດີ Trump. ທ່ານ Hassett ໄດ້ຢ້ຳຄືນວ່າ ທ່ານປະທານາທິບໍດີມີສິດຢັບຢັ້ງ ເຊິ່ງທ່ານສາມາດນຳໃຊ້ເພື່ອຮັກສາການກຳນົດທິດໂຄງການດຳເນີນງານເສດຖະກິດ ຂອງຕົນ.
ອາເມລິກາ ໄດ້ຈັດການເລືອກຕັ້ງສະພາແຫ່ງຊາດກາງສະໄໝ ໃນວັນທີ 03 ພະຈິກ, ດ້ວຍໝາກຜົນ ພັກປະຊາທິປະໄຕຍາດໄດ້ການຄວບຄຸມທັງສະພາສູງ ແລະ ສະພາຕ່ຳ.






