• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນະຄອນ ໂຮ່ຈີມິນ ແມ່ນຕົວເມືອງພິເສດ, ມີທີ່ຕັ້ງສຳຄັນທີ່ສຸດສຳລັບ ຫວຽດນາມ

ນະຄອນ ໂຮ່ຈີມິນ ແມ່ນຕົວເມືອງພິເສດ, ມີທີ່ຕັ້ງສຳຄັນທີ່ສຸດສຳລັບ ຫວຽດນາມ” ນັ້ນແມ່ນຄຳຢືນຢັນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໃນການເຮັດວຽກກັບການນຳນະຄອນ ໂຮ່ຈີມິນ ທາງອອນລາຍໃນຕອນເຊົ້າວັນທີ 08 ພຶດສະພາ ຢູ່ ຮ່າໂນ້ຍ.

ນະຄອນໂຮ່ຈີມິນ / ພາບປະກອບ

ຕີລາຄາກ່ຽວກັບລະດັບການປະກອບສ່ວນລະອຽດຂອງນະຄອນ ໂຮ່ຈີມິນ ຕໍ່ເສດຖະກິດຂອງທົ່ວປະເທດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ: ເສດຖະກິດນະຄອນ ໂຮ່ຈີມິນ ກວມເອົາ 20 – 22% GDP, 25% ງົບປະມານ, 33% ການບໍລິການ, 18,4% ອຸດສາຫະກຳ - ກໍ່ສ້າງທົ່ວປະເທດ. ການປະກອບສ່ວນອັນໃຫຍ່ຫລວງຄືດັ່ງກ່າວ ຖ້າເສດຖະກິດນະຄອນຖືກຊຸດໂຊມຢ່າງໜັກໜ່ວງນັ້ນ ທົ່ວປະເທດຈະໄດ້ຮັບຜົນສະທ້ອນຢ່າງໃຫຍ່ຫລວງ.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ: ຕາມຕົວເລກສະຖິຕິຂອງນະຄອນ ໂຮ່ຈີມິນ ແລ້ວ, ສິ້ນສຸດໄຕມາດ 1, ນະຄອນໂຮ່ຈີມິນ ເຕີບໂຕພຽງແຕ່ 0,42% ເທົ່ານັ້ນ ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ເຖິງຢ່າງໃດກໍ່ຕາມ, ຕາມຕົວເລກຫຼ້າສຸດ ເຊິ່ງກົມໃຫຍ່ສະຖິຕິລາຍງານຕໍ່ທ່ານນາຍົກລັດຖະມົນຕີນັ້ນ ນະຄອນມີການເຕີບໂຕກ່ວາ 1,03%. ສະນັ້ນ, ເສດຖະກິດ ຫວຽດນາມ ບໍ່ພຽງແຕ່ເຕີບໂຕ 3,82% ໃນໄຕມາດ 1 ເທົ່ານັ້ນ ແຕ່ຕົວເລກຍັງຈະສູງກ່ວານີ້ຕື່ມອີກ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຖືວ່າ: ນີ້ແມ່ນຂ່າວດີສຳລັບເສດຖະກິດຂອງປະເທດຊາດ ໃນສະພາບທີ່ທົ່ວໂລກປະສົບກັບຄວາມຫຍຸ້ງຍາກລວມ.

(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top