ຂ່າວສານ
ນະຄອນ ໂຮ່ຈີມິນ ເພີ່ມທະວີການເຄື່ອນໄຫວເພື່ອເຂົ້າເປັນສະມາຊິກເຄືອຂ່າຍນະຄອນປະດິດຄິດສ້າງຂອງ UNESCO ໃນຂົງເຂດຮູບເງົາ
ໃນປີ 2024, ຂົງເຂດຮູບເງົາຂອງນະຄອນ ໂຮ່ຈີມິນ ບັນລຸລາຍຮັບ 500 ລ້ານ USD, ກວມເອົາປະມານ 40% ຕະຫຼາດສາຍຮູບເງົາຂອງ ຫວຽດນາມ. ນີ້ແມ່ນພື້ນຖານຢ່າງໝັ້ນແກ່ນເພື່ອໃຫ້ນະຄອນ ໂຮ່ຈີມິນ ສາມາດເຂົ້າເປັນສະມາຊິກເຄືອຂ່າຍນະຄອນປະດິດຄິດສ້າງຂອງອົງການສຶກສາວິທະຍາສາດ ແລະ ວັດທະນະທຳ ສປຊ (UNESCO). ແຫຼ່ງຂໍ້ມູນດັ່ງກ່າວໄດ້ຍົກອອກມາທີ່ການໂອ້ລົມສົນທະນາການທາບທາມຄວາມເຫັນສາກົນ ປະກອບຄຳເຫັນໃສ່ສຳເນົາເອກະສານຂອງນະຄອນ ໂຮ່ຈີມິນ ທີ່ຈົດທະບຽນເຂົ້າເປັນສະມາຊິກເຄືອຂ່າຍນະຄອນປະດິດຄິດສ້າງຂອງ UNESCO, ໄດ້ຈັດຂຶ້ນໃນວັນທີ 15 ກຸມພາ.
ຕາມທ່ານ ຟ້າມບິ່ງອານ, ຮອງຫົວໜ້າສະຖາບັນຄົ້ນຄວ້າການພັດທະນານະຄອນ ໂຮ່ຈີມິນ ແລ້ວ, ປະຈຸບັນ, ໃນຂົງເຂດຮູບເງົາຢູ່ນະຄອນ ໂຮ່ຈີມິນ ພວມມີ 935 ວິສາຫະກິດເຄື່ອນໄຫວ, ດ້ວຍຜູ້ອອກແຮງງານ 9.294 ຄົນ, ສ້າງລາຍຮັບ 500 ລ້ານ USD ໃນປີ 2024, ປະກອບເຂົ້າຍອດຜະລິດຕະພັນພາຍໃນທ້ອງຖິ່ນ (GRDP) ຂອງນະຄອນ 0,43%.
ຄາດວ່າ, ໃນໄລຍະຈະມາເຖິງ ທາງນະຄອນກໍ່ໄດ້ລົງທຶນຈຳນວນເງິນ 16,72 ລ້ານ USD ໃຫ້ແກ່ຂໍ້ລິເລີມສ້າງໂຮງງານຮູບເງົາ. ນີ້ແມ່ນປັດໃຈສຳຄັນທີ່ສຸດເພື່ອໃຫ້ນະຄອນ ໂຮ່ຈີມິນ ຮັບເຂົ້າເປັນສະມາຊິກຂອງເຄືອຂ່າຍນະຄອນປະດິດຄິດສ້າງຂອງ UNESCO ໃນຂົງເຂດຮູບເງົາ, ກາຍເປັນນະຄອນແຫ່ງທຳອິດຂອງ ຫວຽດນາມ ແລະ ອາຊີຕາເວັນອອກສ່ຽງໃຕ້ ມີທີ່ຕັ້ງດັ່ງກ່າວ.








