• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນະຄອນ ໂຮ່ຈີມິນ ມຸ່ງໄປເຖິງການພັດທະນາທາງລົດໄຟເຊື່ອມຕໍ່ເຂດ

ນະຄອນ ໂຮ່ຈີມິນ ພວມໃນວິວັດການຫັນເປັນຕົວເມືອງຢ່າງວ່ອງໄວ, ບໍ່ພຽງແຕ່ແມ່ນໃນເລື່ອງຈຳນວນປະຊາກອນເພີ່ມຂຶ້ນເທົ່ານັ້ນ ຫາກຍັງນັບທັງວິວັດການຫັນເປັນກົນຈັກ, ການເຕີບເສດຖະກິດ ແລະ ການປ່ຽນແປງໃນແບບແຜນການດຳລົງຊີວິດຂອງປະຊາຊົນ ອີກດ້ວຍ. ສະນັ້ນ ການຄົ້ນຄ້ວາປະເມີນຜົນການວາງແຜນຜັງ, ສຳຫລວດກວດກາສະພາບຕາຫນ່າງຄົມມະນາຄົມນະຄອນ (ທາງບົກ, ທາງລົດໄຟ, ທາງນ້ຳ) ຄຶນໂດຍສັງເຂບແລ້ວ, ນະຄອນ ໂຮ່ຈີມິນ ພວມຄົ້ນຄ້ວາ, ຄິດໄລ່ການພັດທະນາລະບົບທາງລົດໄຟເຊື່ອມຕໍ່ເຂດ, ຕິດພັນກັບຮູບແບບ TOD (ການກຳນົດທິດການຄົມມະນາຄົມສາທາລະນະວ່ອງໄວ, ກຳລັງໂດຍສານຫລາຍ).

ນະຄອນ ໂຮ່ຈີມິນ ພວມໃນວິວັດການຫັນເປັນຕົວເມືອງຢ່າງວ່ອງໄວ, ບໍ່ພຽງແຕ່ແມ່ນໃນເລື່ອງຈຳນວນປະຊາກອນເພີ່ມຂຶ້ນເທົ່ານັ້ນ ຫາກຍັງນັບທັງວິວັດການຫັນເປັນກົນຈັກ, ການເຕີບເສດຖະກິດ ແລະ ການປ່ຽນແປງໃນແບບແຜນການດຳລົງຊີວິດຂອງປະຊາຊົນ ອີກດ້ວຍ. ສະນັ້ນ ການຄົ້ນຄ້ວາປະເມີນຜົນການວາງແຜນຜັງ, ສຳຫລວດກວດກາສະພາບຕາຫນ່າງຄົມມະນາຄົມນະຄອນ (ທາງບົກ, ທາງລົດໄຟ, ທາງນ້ຳ) ຄຶນໂດຍສັງເຂບແລ້ວ, ນະຄອນ ໂຮ່ຈີມິນ ພວມຄົ້ນຄ້ວາ, ຄິດໄລ່ການພັດທະນາລະບົບທາງລົດໄຟເຊື່ອມຕໍ່ເຂດ, ຕິດພັນກັບຮູບແບບ TOD (ການກຳນົດທິດການຄົມມະນາຄົມສາທາລະນະວ່ອງໄວ, ກຳລັງໂດຍສານຫລາຍ).

    

ຄົມມະນາຄົມຂົນສົ່ງ ນະຄອນໂຮ່ຈີມິນ ມິການພົວພັນສະຫນິດແຫນ້ນກັບບັນດາທ້ອງຖິ່ນອ້ອມຂ້າງ ແລະ ທົ່ວປະເທດ

ຄົມມະນາຄົມຂົນສົ່ງ ນະຄອນໂຮ່ຈີມິນ ຕິດພັນສະຫນິດແຫນ້ນກັບຫລາຍທ້ອງຖິ່ນອ້ອມຂ້າງ ແລະ ທົ່ວປະເທດ. ລະອຽດ: ນະຄອນ ເຊື່ອມຕໍ່ກັບບັນດາທ້ອງຖິ່ນ ດ້ວຍເສັ້ນທາງຫລວງ 4 ສາຍ, ທາງລົດໄຟ 6 ສາຍ, ເສັ້ນທາງຄວາມໄວສູງ 6 ສາຍ.. ຕາມບັນດານັກຊ່ຽວຊານແລ້ວ, ນະຄອນ ໂຮ່ຈີມິນ ຄວນຄິດໄລ່ເຖິງບັນດາຮູບແບບອື່ນແທນທີ່ສຸມໃສ່ພັດທະນາ ແລະ ເປີດກວ້າງຄົມມະນາຄົມທາງບົກ.

ທ່ານ ເຄືອງວັນເມືອຍ, ນັກສະຖາປານິກ, ອະດີດປະທານ ສະມາຄົມສະຖາປານິກ ນະຄອນໂຮ່ຈີມິນ ຖືວ່າ: ຄວນຮັບຮູ້ເລື່ອງລົງທຶນໃຫ້ສຳລັບລະບົບຄົມມະນາຄົມນະຄອນໂຮ່ຈີມິນ ບໍ່ພຽງແຕ່ແມ່ນຮັບໃຊ້ສະເພາະນະຄອນເທົ່ານັ້ນ ຫາກຍັງໃຫ້ທັງເຂດ, ພາກພື້ນ ແລະ ເຊື່ອມຈອດກັບສາກົນອີກດ້ວຍ.

  ຕາມການຄິດໄລ່ຂອງບັນດານັກຊ່ຽວຊານມະຫາວິທະຍາໄລ ຫວຽດດຶກ ແລ້ວ, ຮູບການທາງລົດໄຟຕົວເມືອງ ພວມແມ່ນທ່າໄດ້ປຽບໃຫມ່ ນັ້ນແມ່ນ: ຖືກເວລາ, ປະຢັດພະລັງງານ, ຂົນສົ່ງຜູ້ໂດຍສານວ່ອງໄວດ້ວຍຈຳນວນຫລາຍ.. ເພື່ອພັດທະນາທາງລົດໄຟຢ່າງມີປະສິດທິຜົນ ຕ້ອງພັດທະນາຕົວເມືອງເຂດອ້ອມຂ້າງ. ທ່ານ ປອ ຫວູແອງຕວນ, ຜູ້ອຳນວຍການສູນຄົ້ນຄ້ວາ ຄົມມະນາຄົມຂົນສົ່ງ, ມະຫາວິທະຍາໄລ ຫວຽດດຶກ ໃຫ້ຮູ້ວ່າ:

 “ເລື່ອງເຟັ້ນຮູບການໃດທີ່ເຫັນວ່າມີປະສິດທິຜົນກ່ຽວກັບດ້ານກາລະການນຳໃຊ້ທີ່ດິນພະລັງງານຢ່າງມີປະສິດທິຜົນຕອບສະຫນອງຄວາມຕ້ອງການອັນໃຫຍ່ຫລວງຖືກເວລາປອດໄພແຕ່ເພື່ອພັດທະນາທາງລົດໄຟຕົວເມືອງຢ່າງມີປະສິດທິຜົນ ຕ້ອງພັດທະນາເຂດຕົວເມືອງອ້ອມຂ້າງຕ້ອງມີການວາງແຜນຜັງຕົວເມືອງ.”

ທ່ານ ຮສ.ປອ. ຟ້າມຊວນມາຍ, ສະມາຊິກ ສະພາໃຫ້ຄຳປຶກສາດ້ານຄົມມະນາຄົມ ສຳລັບນະຄອນ ໂຮ່ຈີມິນ ຖືວ່າ: ການຄົມມະນາຄົມນະຄອນ ໂຮ່ຈີມິນ ມີລັກສະນະຄົມມະນາຄົມເຊື່ອມຕໍ່ເຂດ. ລວມມີ: ນະຄອນໂຮ່ຈີມິນ ແລະ 7 ແຂວງ ອ້ອມຂ້າງ ໂດຍທ່ານນາຍົກລັດຖະມົນຕີເຊັນອະນຸມັດກ່ອນນີ້ 10 ປີ. ໃນສະພາບການປະຈຸບັນ, ຄວນນຳໃຊ້ຄົມມະນາຄົມທາງລົດໄຟເປັນຫລັກໃຫ້ແກ່ຄົມມະນາຄົມເຂດ. ເພາະຍິ່ງພັດທະນາ, ເສັ້ນທາງບົກຍິ່ງຕິດຂັດ ເມື່ອຕ້ອງກາຍເປັນເສັ້ນທາງຫລັກໃນການຂົນສົ່ງສິນຄ້າ ດ້ວຍປະລິມານ 100 ລ້ານໂຕນ/ປີ.

“ໃນເຂດລັດສະໝີປະມານ 120 -200 ກິໂລແມັດ,  ສະນັ້ນ ພວກຂ້າພະເຈົ້າຄິດວ່າ ລະບົບຄົມມະນາຄົມເຂດ ສ່ວນໃຫຍ່ແມ່ນເສັ້ນທາງບົກ, ທາງລົດໄຟ ແລະ ເສັ້ນທາງລົດໄຟຈະແມ່ນເສັ້ນທາງຫລັກ. ທາງລົດໄຟຈະນຳໃຊ້ສອງລະບົບໄປພ້ອມ ທີຫນຶ່ງແມ່ນລົດໄຟຄວາມໄວສູງເພື່ອໂດຍສານແຂກ ແລະ ລົດໄຟຂົນສົ່ງສິນຄ້າ. ຖ້າພວກເຮົາປະຕິບັດໄດ້ ມັນຈະແກ້ໄຂໄດ້ຫລາຍບັນຫາກ່ຽວກັບການຄົມມະນາຄົມເຂດ, ຫລຸດຜ່ອນອຸປະຕິເຫດທາງດ້ານຄົມມະນາຄົມ, ເພີ່ມປະສິດທິຜົນດ້ານເສດຖະກິດ, ຫລຸດຜ່ອນລາຍຈ່າຍ ແລະ ເພີ່ມການໝູນວຽນເສດຖະກິດສັງຄົມໃນທົ່ວເຂດ”

ທ່ານປະທານ ຄະນະກຳມະການປະຊາຊົນ ນະຄອນໂຮ່ຈີມິນ ຟານວັນຫມາຍ ຢັ້ງຢືນວ່າ: ນະຄອນ ໂຮ່ຈີມິນ ຈະປະຕິບັດການສຳຫລວດບັນດາຂົງເຂດ, ໃນນັ້ນ ມີດ້ານຄົມມະນາຄົມໄດ້ຮັບການກຳນົດວ່າຈະປະຕິບັດກ່ອນໝູ່. ນະຄອນໂຮ່ຈີມິນ ໃນຈີນຕະນາການ ຍາມໃດກໍ່ຕັ້ງບັນຫາເຊື່ອມຕໍ່ເຂດເປີດຂອບເຂດພັດທະນາໃຫ້ແກ່ນະຄອນ, ເພື່ອໃຫ້ນະຄອນສືບຕໍ່ພັດທະນາ, ເປັນນະຄອນນຳຫນ້າໃນການພັດທະນາຂອງທົ່ວປະເທດ.

ໂດຍສັງເກດຈາກແງ່ມູນຜົນປະໂຫຍດຂອງນະຄອນ ໂຮ່ຈີມິນ ແລະ ພວກຂ້າພະເຈົ້າຕ້ອງຮ່ວມສຳພັນເປີດກວ້າງພ້ອມກັບເຂດອ້ອມຂ້າງສະນັ້ນ ຖ້າພວກເຮົາຢາກເຊື່ອມຕໍ່ຄົມມະນາຄົມໃຫ້ລຸລ່ວງ ພວກເຮົາຕ້ອງມີການຮ່ວມສຳພັນໃນຈີນຕະນາການໃນຄວາມຄິດ..”

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top