• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນະຄອນ ໂຮ່ຈີມິນ ມານະພະຍາຍາມເພື່ອລື່ນກາຍແຜນການປີ 2023

ແຕ່ນີ້ຮອດທ້າຍປີ, ນະຄອນ ຕ້ອງມານະພະຍາຍາມຢ່າງສູງສຸດ, ເພື່ອໃຫ້ລື່ນກາຍແຜນການວາງອອກດ້ວຍບັນດາມາດຕະການທີ່ມີປະສິດທິຜົນ...
  ທ່ານ ຫງວຽນວັນເນັນ, ເລຂາຄະນະພັກນະຄອນໂຮ່ຈີມິນ (ພາບ: Hùng Khoa/qdnd.vn)  

ວັນທີ 1 ກຸມພາ, ນະຄອນ ໂຮ່ຈີມິນ ຈັດກອງປະຊຸມສະຫລຸບວຽກງານຈັດຕັ້ງບຸນປີໃໝ່ປີແມວ ແລະ ສະພາບເສດຖະກິດ - ສັງຄົມເດືອນມັງກອນ, ໜ້າທີ່, ມາດຕະການເດືອນ ກຸມພາ 2023 ຂອງນະຄອນ. ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານ ຫງວຽນວັນເນັນ, ເລຂາຄະນະພັກນະຄອນໂຮ່ຈີມິນ ສະເໜີວ່າ: ນະຄອນ ຄວນສຸມໃສ່ບັນດາມາດຕະການເພື່ອຮັບປະກັນປະຕິບັດເປົ້າໝາຍຍອດຜະລິດຕະພັນໃນບໍລິເວນ (GRDP) ໃຫ້ເພີ່ມຂຶ້ນ 7,5 -8%. ແຕ່ນີ້ຮອດທ້າຍປີ, ນະຄອນ ຕ້ອງມານະພະຍາຍາມຢ່າງສູງສຸດ, ເພື່ອໃຫ້ລື່ນກາຍແຜນການວາງອອກດ້ວຍບັນດາມາດຕະການທີ່ມີປະສິດທິຜົນ:

“ພວກເຮົາຕ້ອງເລີ່ມເຄື່ອນໄຫວບັນດາການເຄື່ອນໄຫວທີ່ຮຽກຮ້ອງຕ້ອງມີການບໍລິຫານ, ຕັດສິນໃຈ, ເດັດດ່ຽວ, ມີໄຫວພິບ ແລະ ຕ້ອງລະອຽດກ່ວາ. ຈັດແບ່ງຂັ້ນ, ມອບສິດ, ຮັດແໜ້ນລະບຽບການ, ຍົກສູງປະສິດທິຜົນບັນດາການເຄື່ອນໄຫວລັດຖະການ, ສຸມໃສ່ຊຸກຍູ້ໜ້າທີ່ເປັນປະຈຳ ແລະ ຮັບມືກັບບັນດາບັນຫາຮີບດ່ວນທີ່ອາດຈະເກີດຂຶ້ນ. ເອົາໃຈໃສ່ປັດໄຈສຳຄັນທີ່ສຸດແມ່ນການລົງທຶນສັງຄົມ”.

(ແຫຼ່ງຄັດຈາກ VOV)

ຮີບເຮັ່ງສ້າງບົດລາຍງານຕ້ານການຂຸດຄົ້ນ IUU ໃຫ້ສຳເລັດ

ຮີບເຮັ່ງສ້າງບົດລາຍງານຕ້ານການຂຸດຄົ້ນ IUU ໃຫ້ສຳເລັດ

ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ໃຫ້ຮູ້ວ່າ ໄດ້ສ້າງຮ່າງບົດລາຍງານຄວາມຄືບໜ້າໃນການຕ້ານການຂຸດຄົ້ນ IUU ເພື່ອສົ່ງໃຫ້ຄະນະກຳມະການ ເອີລົບ (ອີຊີ) ແລະ ສົ່ງໄປຂໍຄຳເຫັນບັນດາສະມາຊິກຄະນະຊີ້ນຳ.

Top