• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນະຄອນ ໂຮ່ຈີມິນຮຸ່ງເຮືອງເຫຼືອງເຫຼື້ອມດ້ວຍທຸງແດງດາວເຫຼືອງ

ພາບ​ປະ​ກອບ​ຈາກ ດືກ​ແອງ/VOV5
       ​ເວລາ 11 ​ໂມງ 30 ນາທີ, ວັນ​ທີ 30/4/1975, ຄັນ​ທຸງ​ປົດ​ປ່ອຍ​ໄດ້​ປີວ​ສະ​ບັດ​ເທິງ​ຫຼັງຄາ​ທຳນຽບ ​​ເອກະລາດ, ​ເປັນ​ຂີດ​ໝາຍ​ໄຊຊະນະ​ຂອງການ​ບຸກ​ໂຈມ​ຕີ​ຂະໜາດ​ໃຫຍ່ ​ແລະ ລຸກ​ຮຶ້ຂຶ້ນ​ຍາມ​ລະດູບານ​ໃໝ່ 1975 ຂອງ​ກອງທັບ ​ແລະ ປະຊາຊົນ ຫວຽດນາມ. ຫວນ​ຄືນ​ຈຸດ​ເວລາ​ປະຫວັດສາດ ​ເມື່ອ​ໄຊ​ງ່ອນ​ໄດ້​ຮັບ​ການ​ປົດ​ປ່ອຍ, ປະ​ເທດ​ຊາດ​ເປັນ​ເອກະລາດ​ຢ່າງ​ສົມ​ບຸນ, ນັກ​ຂ່າວ ​ເຈິ່ນມາຍ​ແຫ້ງ, ​ຜູ້​ທີ່​ໄດ້​ເຂົ້າ​ຮ່ວມ​ບັ້ນ​ຮົບ ​ໂຮ່ຈີ​ມິນ, ​ມີໜ້າ ​ແລະ ​​ເຫັນ​ປະຈັກ​ຕາ​ຄັນ​ທຸງ​ຂອງ​ທະຫານ​ປົດ​ປ່ອຍ ຖືກ​ຊັກ​ຂຶ້ນ​ເທິງ​ເສົາ​ທຸງ​ສູງ​ສຸດ​ຂອງ​ທຳນຽບ ​​ເອກະລາດ, ແບ່ງປັນ​ວ່າ:
        “ຮູບ​ພາບ​ທຳນຽບ ​ເອກະລາດ ​ເວລາ​ນັ້ນ​ໃຫຍ່​ໂຕ​ໂອ​ໂຖງ ​ແລະ ສວຍ​ງາມ​ທີ່​ສຸດ. ບັນດາ​ລົດ​ຕັງ​ຂອງ​ທະຫານ​ປົດ​ປ່ອຍ​ເມື່ອ​ມາ​ຮອດ​ແຫງ​ນີ້​ລ້ວນ​ແຕ່​ປິ່ນ​ເລົາ​ປືນ​ອອກ​ນອກ​ເພື່ອ​ປົກ​ປ້ອງ​ທຳນຽບ. ຢູ່​ນອກ​ພໍ່​ແມ່​ປະຊາຊົນ​ໄດ້​ມາ​ເຕົ້າ​ໂຮມ​ກັບ​ຢ່າງ​ຫຼວງ​ຫຼາຍ. ​ໃນ​ເດີນ​ທຳນຽບ, ບັນດາ​ນາຍພົນທະຫານ ສາທາລະນະ​ລັດ ຫວຽດນາມ ຍອມ​ຈຳນົນ​ພວມ​ນັ່ງ​ເຫງົາ​ຊົກລ້າໆ. ສ່ວນ​ບັນດາ​ນັກຮົບ​ປົດ​ປ່ອຍຟ້າວ​ຟັ່ງ​ກັບວຽກ​ງານ​ຕ່າງໆ“.
        ນັກ​ຂ່າວ ​ເຈິ່ນມາຍ​ແຫ້ງ ​ແມ່ນ​ນັກ​ຂ່າວ​ຜູ້​ທຳ​ອິດ​ຂອງ ຫວຽດນາມ ທີ່​ໄດ້​ຂຽນ​ບົດ​ບັນທຶກ​ກ່ຽວ​ກັບ​ໄຊຊະນະ​ຢູ່​ທຳນຽບ ​ເອກະລາດ ​ໃນ​ຕອນ​ທ່ຽງ​ວັນ​ທີ 30/4/1975. ບົດ​ບັນທຶກ​ນີ້​ຖືກ​ລົງ​ພິມ​ໃນ​ໃບ​ຂ່າວ​ຕໍ່ສູ້​ເພື່ອ​ເອກະ​ພາບ​ຂອງ ສຳນັກ​ຂ່າວສານຫວຽດນາມ​ແລະ​ໄດ້ອອກ​ອາກາດທາງ​ວິທະຍຸ​ກະຈາຍສຽງ ຫວຽດນາມ​ໃນ​ວັນ​ທີ 1//5/1975  ​ແລະ ລົງ​ພິມ​ໃນ​ໜັງ​ສື​ພິມ ຍິນ​ເຢີ​ນ (ປະຊາຊົນ) ສະບັບ​ພິ​ເສດ​ໃນ​ວັນ​ທີ 2//5/1975 ອີກ.
ນັກ​ຂ່າວ ​ເຈິ່ນມາຍ​ແຫ້ງ​ເວົ້າ​ຄວາມ​ໃນ​ໃຈ​ສູ່​ຟັງ​ວ່າ​ໃນ​ສົງຄາມ, ​ໄດ້​ເຫັນ​ປະຈັກ​ຕາຈຸດ​ເວລາ​ປະຫວັດສາດ​ທີ່​ຍິ່ງ​ໃຫຍ່​ຂອງ​ປະ​ເທດ​ແມ່ນ​ສິ່ງ​​ໂຊກ​ດີ​ທີ່​ສຸດ. ຍ້ອນ​ເຫດ​ນັ້ນ, ທ່ານ​ຈຶ່ງ​ຂຽນ ​ແລະ ສະ​ເໜີ​ນະວະນິຍາຍ​ເອກະສານ​ປະຫວັດສາດ “ບົດ​ບັນທຶກ​ສົງຄາມ 1-2-3-4.75“ . ປື້​ມຫົວ​ນີ້​ໄດ້​ວາດ​ພາບ​ຊຸມ​ວັນ​ລົ້ມ​ລະລາຍ​ສຸດ​ທ້າຍ​ຂອງ​ກຳລັງ​ທະຫານສາທາລະນະ​ລັດ ຫວຽດນາມຢ່າງ​ຊື່​ຕົງ.
 (ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top