• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນະຄອນໂຮ່ຈີມິນ ໄດ້ປະຕິບັດສຳເລັດການວິໄຈຫາເຊື້ອໃຫ້ແກ່ປະຊາຊົນຢູ່ເຂດມີຄວາມສ່ຽງຕິດເຊື້ອສູງ ໂດຍພື້ນຖານ

      ໃນ 7 ວັນທີ່ຜ່ານມາ, ນະຄອນໂຮ່ຈີມິນ ໄດ້ຍູ້ແຮງການຜັນຂະຫຍາຍ ເລື່ອງປະຊາຊົນເອົາຕົວຢ່າງຫາເຊື້ອດ້ວຍຕົນເອງ ແລະ ການວິໄຈຫາເຊື້ອໃນຂອບເຂດທົ່ວນະຄອນ, ສຸມໃສ່ຢູ່ບັນດາເຂດທີ່ມີຄວາມສ່ຽງຕິດເຊື້ອສູງ ແລະ ສູງທີ່ສຸດ.
ທ່ານຟ້າມດຶກຫ໋າຍ, ຮອງຫົວໜ້າຄະນະຊີ້ນຳການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ນະຄອນໂຮ່ຈີມິນ  ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວ
      ທີ່ກອງປະຊຸມຖະແຫຼງຂ່າວກ່ຽວກັບສະພາບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃນບໍລິເວນນະຄອນໂຮ່ຈີມິນ ໃນຕອນບ່າຍວັນທີ 29 ສິງຫາ, ທ່ານຟ້າມດຶກຫ໋າຍ, ຮອງຫົວໜ້າຄະນະຊີ້ນຳການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ນະຄອນໂຮ່ຈີມິນ ໃຫ້ຮູ້ວ່າ ໄລ່ຮອດທ້າຍວັນທີ 27 ສິງຫາ ບັນດາທ້ອງຖິ່ນເກືອບທັງໝົດ ໄດ້ປະຕິບັດສຳເລັດການກວດວິໄຈຫາເຊື້ອໃຫ້ແກ່ປະຊາຊົນຢູ່ເຂດມີຄວາມສ່ຽງຕິດເຊື້ອສູງໃນບໍລິເວນນະຄອນ.
      ໃນ 7 ວັນທີ່ຜ່ານມາ, ນະຄອນໂຮ່ຈີມິນ ໄດ້ຍູ້ແຮງການຜັນຂະຫຍາຍ ເລື່ອງປະຊາຊົນເອົາຕົວຢ່າງຫາເຊື້ອດ້ວຍຕົນເອງ ແລະ ການວິໄຈຫາເຊື້ອໃນຂອບເຂດທົ່ວນະຄອນ, ສຸມໃສ່ຢູ່ບັນດາເຂດທີ່ມີຄວາມສ່ຽງຕິດເຊື້ອສູງ ແລະ ສູງທີ່ສຸດ. ທາງນະຄອນໄດ້ເອົາຕົວຢ່າງມາວິໄຈໄວຈຳນວນ 1,6 ລ້ານຕົວຢ່າງ ໃຫ້ແກ່ປະຊາຊົນໝົດທຸກຄົນ ຢູ່ເຂດທີ່ມີຄວາມສ່ຽງຕິດເຊື້ອສູງ ດ້ວຍໝາກຜົນແມ່ນກວດຫາຜູ້ຕິດເຊື້ອໂຄວິດ - 19ເປັນບວກໄດ້ກ່ວາ 64.000 ຄົນ.
(ແຫຼ່ງຄັດຈາກ VOV)

ຄົ້ນຫາປ່າ ອູມິງຮະ ຢູ່ແຫຼມ ກ່າເມົາ

ຄົ້ນຫາປ່າ ອູມິງຮະ ຢູ່ແຫຼມ ກ່າເມົາ

ປ່າອູມິງ ນອນຢູ່ເຂດທາງທິດຕາເວັນຕົກພາກໃຕ້ຈາກແມ່ນ້ຳ ອົງດົກ ທາງທິດໃຕ້ແຂວງ ກ່າເມົາ ຫາ ແມ່ນ້ຳ ກ໊າຍເລີ໊ນ ທາງທິດເໜືອແຂວງ ກຽນຢາງ. ສອງລຳແມ່ນ້ຳ ແຈ່ມແຈ້ມ ແລະ ກ໊າຍເຕົ່າ ປະສານເຂົ້າກັນແບ່ງແຍກປ່າອູມິງ ກາຍເປັນສອງສ່ວນເກືອບເທົ່າກັນ ນັ້ນແມ່ນປ່າ ອູມິງເທື້ອງ ຢູ່ທາງທິດເໜືອ ແລະ ປ່າອູມິງຮະ ຢູ່ທາງທິດໃຕ້. ປ່າອູມິງຮະ ມີຊື່ສຽງດ້ວຍທັດຊະນີຍະພາບທຳມະຊາດຮົກເຮື້ອພ້ອມກັບສັດພຶກສາຊາດທີ່ອຸດົມສົມບູນຫຼາຍຮູບຫຼາຍແບບ.

Top