• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນະຄອນໂຮ່ຈີມິນ ຈັດຕັ້ງພິທີສະເຫຼີມສະຫຼອງ 45 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ມາເລເຊຍ

      ຕອນເຊົ້າວັນທີ 7 ສິງຫາ, ຄະນະກໍາມະການປະຊາຊົນນະຄອນໂຮ່ຈີມິນ ຂອງຫວຽດນາມ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 45 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ - ມາເລເຊຍ

ພິທີສະເຫຼີມສະຫຼອງ 45 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ - ມາເລເຊຍ 
(ພາບ:vtv.vn)
      ກ່າວຄໍາເຫັນທີ່ພິທີ, ທ່ານ ເລແທງລຽມ, ຮອງປະທານຜູ້ປະຈໍາການ, ໃຫ້ຮູ້ວ່າ: ຫວຽດນາມ ແລະ ມາເລເຊຍ ມີຈຸດວັດທະນະທໍາ ແລະ ຮີດຄອງປະເພນີ ທີ່ຄ້າຍຄືກັນ, ປະຊາຊົນສອງປະເທດ ມີສາຍພົວພັນຮ່ວມມື, ແລກປ່ຽນເຊິ່ງກັນແລະກັນ ມາແຕ່ດົນນານ. ສາຍພົວພັນດັ່ງກ່າວ, ນັບມື້ນັບໄດ້ຮັບການເພີ່ມທະວີ ແລະ ພັດທະນາ ພາຍຫຼັງສອງປະເທດສ້າງຕັ້ງການພົວພັນທາງການທູດ ເມື່ອວັນທີ 30 ມີນາ 1973, ພິເສດແມ່ນພາຍຫຼັງໄດ້ຍົກລະດັບການພົວພັນໃຫ້ຂຶ້ນເປັນການພົວພັນຄູ່ຮ່ວມມືຍຸດທະສາດເມື່ອປີ 2015. ທີ່ພິທີ, ທ່ານ Sofian Akmal Abd.Karim, ຫົວໜ້າສະຖານກົງສູນ ມາເລເຊຍປະຈໍານະຄອນໂຮ່ຈີມິນ, ຢັ້ງຢືນວ່າ:
“ ຂ້າພະເຈົ້າເຊື່ອໝັ້ນວ່າ ການພົວພັນສອງຝ່າຍ ອາດຈະໄດ້ຮັບການເພີ່ມທະວີ ແລະ ເປີດກວ້າງກວ່າອີກ. ພວກຂ້າພະເຈົ້າປາດຖະໜາຢາກໜູນຊ່ວຍຫຼາຍກວ່າໃຫ້ການພົວພັນດັ່ງກ່າວ, ພິເສດແມ່ນຢູ່ນະຄອນໂຮ່ຈີມິນ ໃນຊຸມປີຜ່ານມາ. ພ້ອມກັບພິທີສະເຫຼີມສະຫຼອງດັ່ງກ່າວ, ໃນລະຫວ່າງວັນທີ 10 – 14 ສິງຫາ ຈະມາເຖິງ, ຄະນະຜູ້ແທນຫວຽດນາມ ກໍຈະເດີນທາງໄປມາເລເຊຍ ເພື່ອຊອກຮູ້ກ່ຽວກັບລະບົບການສຶກສາ ແລະຊອກຫາບັນດາກາລະໂອກາດຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນ”.
 (ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top