ທ່ານ ຫງວຽນທ້ຽນເຍິນ, ເລຂາຄະນະພັກນະຄອນໂຮ່ຈີມິນ ໄດ້ໃຫ້ການຕ້ອນຮັບທ່ານ Damien O’Connor
(ພາບ: TTXVN)
ທີ່ການຕ້ອນຮັບ, ທ່ານ ຫງວຽນທ້ຽນເຍິນ ຖືວ່າ, ການພົວພັນລະຫວ່າງນະຄອນໂຮ່ຈີມິນ ແລະ ນິວຊີແລນ ພວມພັດທະນາຢ່າງຕັ້ງໜ້າ, ຜ່ານນັ້ນ ປະກອບສ່ວນຍົກສູງກຳລັງຄວາມສາມາດຂອງພະນັກງານຄຸ້ມຄອງ, ສືບຕໍ່ນຳໃຊ້ບັນດາຄວາມຮູ້ດ້ານວິທະຍາສາດເພື່ອຮັບປະກັນຄວາມປອດໄພດ້ານສະບຽງອາຫານໃນບໍລິເວນນະຄອນໂຮ່ຈິມິນ. ທ່ານ ຫງວຽນທ້ຽນເຍິນ ກໍ່ປາດຖະໜາວ່າ ນິວຊີແລນ ຈະໜູນຊ່ວຍດ້ານເຕັກນິກ, ວິຊາສະເພາະໃນຂອດການປຸງແຕ່ງຜະລິດຕະພັນກະເສດ, ຫຸ້ມຫໍ່ ແລະ ໂຄສະນາເຄື່ອງໝາຍການຄ້າເພື່ອແນໃສ່ຍົກສູງມູນຄ່າຜະລິດຕະພັນໃນລະບົບສະໜອງທົ່ວໂລກ. ພ້ອມທັງສ້າງເງື່ອນໄຂເພື່ອໃຫ້ບັນດາສິນຄ້າຂອງຫວຽດນາມ, ໃນນັ້ນມີນະຄອນໂຮ່ຈິມິນ ສຳພັດກັບຕະຫຼາດນິວຊີແລນ ໂດຍໄວ.
ສ່ວນທ່ານ Damien O’Connor ກໍ່ປາດຖະໜາວ່າ, ນະຄອນໂຮ່ຈີມິນ ຈະສືບຕໍ່ສ້າງເງື່ອນໄຂໃຫ້ແກ່ບັນດາວິສາຫະກິດ 2 ປະເທດຍູ້ແຮງການລົງທຶນ, ຮ່ວມມືໃນບັນດາຂົງເຂດການສຶກສາ, ບຳລຸງສ້າງ, ທ່ອງທ່ຽວ, ຊົນນະບົດ…
(ແຫຼ່ງຄັດຈາກ VOV)