• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນະຄອນໂຮ່ຈີມິງພົບປະສັງສັນກັບຜູ້ດີເດັ່ນຊາວຊົນເຜົ່າສ່ວນໜ້ອຍສອງຮ້ອຍຄົນ

ຕອນເຊົ້າວັນທີ 27 ກຸມພາ, ຢູ່ນະຄອນໂຮ່ຈີມິງການນຳນະຄອນໄດ້ມີການພົບກັບຜູ້ດີເດັ່ນຊາວຊົນເຜົ່າສ່ວນໜ້ອຍ.

ນະຄອນໂຮ່ຈີມິງພົບປະສັງສັນກັບຜູ້ດີເດັ່ນຊາວຊົນເຜົ່າສ່ວນໜ້ອຍສອງຮ້ອຍຄົນ (ພາບ: TTXVN)

ຢູ່ທີ່ນີ້, ການນຳນະຄອນໄດ້ຍ້ອງຍໍບັນດາການປະກອບສ່ວນອັນລ້ຳຄ່າຂອງພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍໃນບັນດາຂົງເຂດ.ພ້ອມທັງຮັບຟັງ, ຮັບຮອງບັນດາຄວາມມຸ່ງມາດປາດຖະໜາຂອງພໍ່ແມ່ປະຊາຊົນ. ການນຳນະຄອນໂຮ່ຈີມິງໃຫ້ຮູ້ວ່າ: ຈະສືບຕໍ່ເອົາໃຈໃສ່ປະຕິບັດນະໂຍບາຍກ່ຽວກັບຊົນເຜົ່າຂອງພັກ, ລັດໃຫ້ດີ, ສ້າງກຸ່ມກ້ອນມະຫາສາມັກຄີຊົນເຜົ່າ, ປະກອບສ່ວນເຂົ້າໃນການປະຕິບັດສຳເລັດບັນດາຄາດໝາຍເສດຖະກິດ - ສັງຄົມ, ສ້າງນະຄອນໃຫ້ກາຍເປັນນະຄອນທີ່ມີຄຸນນະພາບສູງໃນການດຳລົງຊີວິດ, ສີວິໄລແລະທັນສະໄໝ.

        ທ່ານYsa UMor, ຫົວໜ້າຄະນະຄຸ້ມຄອງໂບດ Muwahidin, ຢູ່ເມືອງທີ 9, ໃຫ້ຮູ້ວ່າ: ວົງຄະນະຍາດຊົນເຜົ່າຈຳຢູ່ນະຄອນໂຮ່ຈີ໋ມິງ ຈະພະຍາຍາມເຂົ້າຮ່ວມຂະບວນການສ້າງສາ ແລະ ພັດທະນານະຄອນ.

ຂ້າພະເຈົ້າຍາມໃດກໍປາຖະໜາວ່າ ວົງຄະນະຍາດຊົນເຜົ່າຈຳຢູ່ນະຄອນໂຮ່ຈີ໋ມິງຈະຮ່ວເດີນທາງກັບການນຳນະຄອນ ເພື່ອໃຫ້ນະຄອນສຳເລັດໜ້າທີ່ຍິ່ງໃຫຍ່ ແມ່ນສ້າງສານະຄອນໃຫ້ພັດທະນາກວ່າ, ສີວິໄລ, ທັນສະໄໝ ແລະ ປະຊາຊົນໄດ້ດຳລົງຊີວິດຢ່າງອີ່ມໜຳສຳລານສົມບຸນພຸນສຸກ.

        ປັດຈຸບັນນີ້, ນະຄອນໂຮ່ຈີ໋ມິງລວມມີ 51 ຊົນເຜົ່າສ່ວນໜ້ອຍ, ດ້ວຍປະຊາຊົນເກືອບ 440.000 ຄົນ, ໃນນັ້ນມີ 03 ຊົນເຜົ່າທີ່ກວມເອົາຈຳນວນຫຼາຍຄື ຊາວຈີນ, ຂະແມ ແລະ ຈຳ.

(ແຫຼ່ງຄັດຈາກ VOV)


ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top