• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນະຄອນໂຮ່ຈິມີນຈັດຕັ້ງການພົບປະສັງສັນກັບຊາວຫວຽດນາມອາໄສຢູ່ຕ່າງປະເທດເນື່ອງໃນໂອກາດບຸນເຕັດປີຈໍ2018

      ວັນທີ 6 ກຸມພາ, ເຂົ້າຮ່ວມລາຍການພົບປະສັງສັນກັບຊາວຫວຽດນາມອາໄສຢູ່ຕ່າງປະເທດເນື່ອງໃນໂອກາດບຸນເຕັດປີຈໍ 2018 ຈັດຂຶ້ນຢູ່ນະຄອນ ໂຮ່ຈິມີນ ມີຊາວຫວຽດນາມກວ່າ 800 ຄົນ ອາໄສຢູ່ 25 ປະເທດ ແລະ ເຂດແຄ້ວນ ໃນໂລກ ຫາກໍ່ກັບຄືນເມືອປະເທດຕ້ອນຮັບບຸນປີໃຫມ່ປະຈຳຊາດ.
ນະຄອນໂຮ່ຈິມີນຈັດຕັ້ງການພົບປະສັງສັນກັບຊາວຫວຽດນາມ
ອາໄສຢູ່ຕ່າງປະເທດເນື່ອງໃນໂອກາດບຸນເຕັດປີຈໍ2018
      ນະທີ່ນີ້ ທ່ານ ຫງວຽນແທ່ງຟອງ, ປະທານ ຄະນະກຳມະການປະຊາຊົນນະຄອນ ໄດ້ແຈ້ງໃຫ້ຊາບກ່ຽວກັບບັນດາຜົນງານດ້ານເສດຖະກິດ ສັງຄົມ ໃນວິວັດການເຊື່ອມໂຍງ ແລະ ພັດທະນາ ຊື່ງນະຄອນ ໂຮ່ຈິມີນ ບັນລຸໄດ້ໃນປີຜ່ານມາ ໃນນັ້ນຮັບຮູ້ບັນດາການປະກອບສ່ວນຢ່າງຕັ້ງຫນ້າຂອງຊາວຫວຽດນາມ ຢູ່ພາຍໃນປະເທດ ແລະ  ອາໄສຢູ່ຕ່າງປະເທດ. ກ້າວເຂົ້າສູ່ປີໃຫມ່, ນະຄອນ ຈະຕັ້ງຫນ້າຜັນຂະຫຍາຍ, ນຳໃຊ້ບັນດາກົນໄກເປັນພິເສດສະເພາະ ເພື່ອສ້າງກຳລັງຫນູນພັດທະນາກະໂດດຂັ້ນ, ນຳນະຄອນໂຮ່ຈິມີນ ໃຫ້ນັບມື້ນັບພັດທະນາ, ມີທີ່ຕັ້ງເໝາະສົມກັບບັນດາປະເທດໃນພາກພື້ນ. ການນຳນະຄອນ ປາດຖະຫນາຢາກຮັບຟັງຄວາມມຸ້ງມາດປາດຖະຫນາ, ການປະກອບຄຳຄິດຄຳເຫັນຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ເພື່ອກໍ່ສ້າງນະຄອນໂຮ່ຈິມີນໃຫ້ມີຊີວິດສິວິໄລ, ທັນສະໄຫມ, ໄມຕິຈິດ. 
 (ແຫຼ່ງຄັດຈາກ VOV)

UNESCO ຮັບ​ຮອງ​ເອົາ​ມະ​ຕິ​ເຊີດ​ຊູ​ນັກ​ວັດ​ທະ​ນະ​ທຳ ເລ​ກຸຍ​ໂດນ

UNESCO ຮັບ​ຮອງ​ເອົາ​ມະ​ຕິ​ເຊີດ​ຊູ​ນັກ​ວັດ​ທະ​ນະ​ທຳ ເລ​ກຸຍ​ໂດນ

ວັນທີ 31 ຕຸລາ, ກອງປະຊຸມຄັ້ງທີ 43 ຂອງສະມັດຊາໃຫຍ່ ອົງການວິທະຍາສາດ, ການສຶກສາ ແລະ ວັດທະນະທຳຂອງ ສປຊ (UNESCO) ໄດ້ດຳເນີນຢູ່ນະຄອນ Samarkand, ອູເບກິດສະຖານ, ຮັບຮອງເອົາມະຕິວ່າດ້ວຍການເຊີດຊູ ແລະ ພ້ອມກັນເຂົ້າຮ່ວມພິທີສະເຫຼີມສະຫຼອງ 300 ປີແຫ່ງວັນຄ້າຍວັນເກີດຂອງນັກວັດທະນະທຳ ເລກຸຍໂດນ.

Top