• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນະຄອນດ່ານັງໄດ້ເລືອກເຟັ້ນແມ່ນສະຖານທີ່ທ່ອງທ່ຽວທີ່ໄດ້ຮັບຄວາມນິຍົມຊົມຊອບ ແລະ ມີຄວາມປອດໄພແຖວໜ້າຂອງໂລກ

      ນະຄອນດ່ານັງຂອງ ຫວຽດນາມ ຫາກໍ່ໄດ້ເລືອກເຟັ້ນແມ່ນ 1 ໃນ 10 ສະຖານທີ່ທ່ອງທ່ຽວທີ່ໄດ້ຮັບຄວາມນິຍົມຊົມຊອບທີ່ສຸດໃນໂລກ ໂດຍເວັບໄຊ Trip Advisor ປະກາດເຊິ່ງເປັນເວັບໄຊຕີລາຄາການທ່ອງທ່ຽວທີ່ມີອິດທິພົນຊື່ສຽງໃນໂລກ. 

ນະຄອນດ່ານັງແມ່ນສະຖານທີ່ທ່ອງທ່ຽວທີ່ໄດ້ຮັບຄວາມນິຍົມຊົມຊອບ
 ແລະ ມີຄວາມປອດໄພແຖວໜ້າຂອງໂລກ
      ດ່ານັງໄດ້ຍື່ນຢູ່ອັນດັບທີ 7 ໃນ ບັນຊີລາຍຊື່ສະຖານທີ່ທ່ອງທ່ຽວ 25 ແຫ່ງທີ່ໄດ້ຮັບຄວາມນິຍົມຊົມຊອບທີ່ສຸດໃນໂລກ ຍ້ອນວ່າ ນະຄອນນີ້ມີທັດສະນີຍະພາບທຳມະຊາດທີ່ພົ້ນເດັ່ນ, ອາຫານການກິນພິເສດ, ລະບົບເຂດທ່ອງທ່ຽວພັກຜ່ອນບຳລຸງສຸຂະພາບທີ່ມີຄຸນນະພາບ, ຊາວທ້ອງຖິ່ນຮັກແພງແຂກຄົນ ແລະ ສະໜິດສະໜົມ.
            ທ່ານນາງ ເຈືອງທິຮົ່ງແຮ້ງ, ຫົວໜ້າພະແນກທ່ອງທ່ຽວ ດ່ານັງ ໃຫ້ຮູ້ວ່າ: ຂະແໜງທ່ອງທ່ຽວນະຄອນພວມຕັ້ງໜ້າກໍ່ສ້າງແຜນການໂຄສະນາແນະນຳນະຄອນດ່ານັງແມ່ນສະຖານທີ່ທ່ອງທ່ຽວທີ່ມີຄວາມນິຍົມຊົມຊອບ ແລະ ປອດໄພໃຫ້ແກ່ແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ. ທ່ານນາງກ່າວວ່າ:
            ນະຄອນດ່ານັງຈະຈັດຕັ້ງລາຍການກະຕຸກຊຸກຍູ້ການທ່ອງທ່ຽວໃນຂອບຂະໜາດທົ່ວນະຄອນ. ການກະຕຸກຊຸກຍູ້ການທ່ອງທ່ຽວຂອງພວກຂ້າພະເຈົ້າບໍ່ແມ່ນການຫຼຸດລາຄາການບໍລິການ ເຊິ່ງພວກຂ້າພະເຈົ້າຈະກະຕຸກຊຸກຍູ້ການທ່ອງທ່ຽວຕາມທິດສ້າງຜະລິດຕະພັນການທ່ອງທ່ຽວໃໝ່, ເພີ່ມທະວີການບໍລິການ, ຫຼັງຈາກນັ້ນຈຶ່ງຫຼຸດລາຄາ. ເພື່ອປະຕິບັດໄດ້ເລື່ອງນີ້ ພວກຂ້າພະເຈົ້າຕ້ອງມີການເຂົ້າຮ່ວມຂອງບັນດາບໍລິສັດການບິນ, ບັນດາສະຖານທີ່ທ່ອງທ່ຽວໃຫຍ່, ບັນດາບໍລິສັດການທ່ອງທ່ຽວ ກໍ່ຄືບັນດາຮາກຖານດຳເນີນທຸລະກິດ ແລະ ຮັບໃຊ້ແຂກທ່ອງທ່ຽວ.
 (ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top