• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ້າຍປີ 2020, ຫວຽດນາມຈະຫຼຸດອັດຕາຄອບຄົວທຸກຍາກລົງຕາມມາດຖານ ຫຼາຍທາງໃຫ້ເຫຼືອພຽງແຕ່ 2,75%

      ເຖິງວ່າ ຫວຽດນາມ ແມ່ນຈຸດພົ້ນເດັ່ນຂອງໂລກກ່ຽວກັບການຫຼຸດຜ່ອນຄວາມທຸກຍາກກໍ່ຕາມ, ແຕ່ທ່ານນາຍົກລັດຖະມົນຕີຖືວ່າ ຍັງມີສິ່ງທ້າທາຍຫຼາຍຢ່າງຈາກໄພທຳມະຊາດ, ໂລກລະບາດ ເຊິ່ງເຮັດໃຫ້ຜູ້ທຸກຍາກກັບມາທຸກຍາກຄືນໃໝ່ຢູ່ໃນອັດຕາສ່ວນສູງ.

 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມ
(ພາບ: VGP)
      ຕອນເຊົ້າວັນທີ 11 ທັນວາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມກອງປະຊຸມອອນລາຍທົ່ວປະເທດ ສະຫຼຸບວຽກງານຫຼຸດຜ່ອນຄວາມທຸກຍາກໄລຍະ 2016 – 2020. ເຂົ້າຮ່ວມກອງປະຊຸມຍັງມີທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ, ຫົວໜ້າຄະນະຊີ້ນຳສູນກາງໂຄງການເປົ້າໝາຍແຫ່ງຊາດກ່ຽວກັບການຫຼຸດຜ່ອນຄວາມທຸກຍາກແບບຍືນຍົງໄລຍະ 2016 - 2020. ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ, ກ່ອນອື່ນໝົດຕ້ອງຄົ້ນຄວ້າສະເໜີຕໍ່ພັກ, ລັດ ປະກາດໃຊ້ບັນດານະໂຍບາຍໃຫ້ຕິດແທດກັບສະພາບຕົວຈິງກວ່າ, ມີລັກສະນະກຳນົດທິດຍຸດທະສາດ ແລະ ວິໄສສັດຍາວໄກ ເພື່ອປະຕິບັດເປົ້າໝາຍ “ປະເທດຫວຽດນາມ ບໍ່ອຶດຫິວທຸກຍາກ” ໃນປີ 2045. ເຖິງວ່າ ຫວຽດນາມ ແມ່ນຈຸດພົ້ນເດັ່ນຂອງໂລກກ່ຽວກັບການຫຼຸດຜ່ອນຄວາມທຸກຍາກກໍ່ຕາມ, ແຕ່ທ່ານນາຍົກລັດຖະມົນຕີຖືວ່າ ຍັງມີສິ່ງທ້າທາຍຫຼາຍຢ່າງຈາກໄພທຳມະຊາດ, ໂລກລະບາດ ເຊິ່ງເຮັດໃຫ້ຜູ້ທຸກຍາກກັບມາທຸກຍາກຄືນໃໝ່ຢູ່ໃນອັດຕາສ່ວນສູງ.
        ກ່ຽວກັບໜ້າທີ່ລະອຽດໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ, ໄດ້ຊີ້ນຳວ່າ.
        “ເພື່ອປະຕິບັດໜ້າທີ່ຄວາມຮັບຜິດຊອບຕໍ່ຜູ້ທຸກຍາກ, ຂ້າພະເຈົ້າສະເໜີໃຫ້ທົ່ວປະເທດຜັນຂະຫຍາຍຂະບວນການໃໝ່: ແຕ່ລະຕາແສງ, ບ້ານ ສ້າງຮູບແບບຫຼຸດຜ່ອນຄວາມທຸກຍາກດີເດັ່ນໃຫ້ເໝາະສົມກັບທ້ອງຖິ່ນຂອງຕົນ, ດ້ວຍວິທີເຮັດຢ່າງມີຫົວຄິດປະດິດສ້າງກວ່າອີກ. ການຫຼຸດຜ່ອນຄວາມທຸກຍາກແບບຍືນຍົງແມ່ນເລີ່ມຈາກເດັກນ້ອຍ, ຄວນເອົາໃຈໃສ່ເປັນພິເສດເຖິງແຫຼ່ງຊັບພະຍາກອນມະນຸດ. ຄວນປຸກລະດົມ ຂະບວນການແຂ່ງຂັນປະຕິບັດເປົ້າໝາຍຫຼຸດຜ່ອນຄວາມທຸກຍາກແບບຍືນຍົງຢ່າງມີຫົວຄິດປະດິດສ້າງ, ແທດຈິງກວ່າ”.
 ຕາມບົດລາຍງານທີ່ສະເໜີຢູ່ກອງປະຊຸມແລ້ວ, ຄາດຄະເນວ່າຮອດທ້າຍປີນີ້, ອັດຕາຄອບຄົວທຸກຍາກໃນທົ່ວປະເທດຈະຍັງເຫຼືອພຽງແຕ່ 2,75%. ດັ່ງນັ້ນ ພາຍຫຼັງການປະຕິບັດມາເປັນເວລາ 5 ປີ, ສະເລ່ຍແຕ່ລະປີແມ່ນຫຼຸດລົງ 1,43%, ບັນລຸຄາດໝາຍສະພາແຫ່ງຊາດວາງອອກ. ຕາມການຕີລາຄາລວມ, ສະພາແຫ່ງຊາດ, ລັດຖະບານ ໄດ້ໃຫ້ບຸລິມະສິດ,ລົງທຶນເພື່ອປະຕິບັດເປົ້າໝາຍຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ ໄລຍະ 2016 – 2020, ສ້າງເງື່ອນໄຂໜູນຊ່ວຍຄົນທຸກຍາກຍົກສູງລາຍຮັບ, ສຳຜັດກັບບັນດາການບໍລິການສັງຄົມທີ່ເປັນພື້ນຖານໄດ້ເປັນຢ່າງດີກ່ວາຄື ສາທາລະນະສຸກ, ການສຶກສາ, ເຮືອນຢູ່, ນ້ຳສະອາດ, ຂໍ້ມູນຂ່າວສານ. ມາຮອດປັດຈຸບັນ, ມີ 8 ໃນຈຳນວນ 64 ເມືອງທຸກຍາກ ໄດ້ຫຼຸດພົ້ນອອກຈາກສະພາບການປະສົບກັບຄວາມຫຍຸ້ງຍາກເປັນພິເສດ. ຄາດວ່າໝົດປີນີ້ ຈະມີ 32 ເມືອງຫຼຸດພົ້ນອອກຈາກຄວາມທຸກຍາກ, ບັນລຸຄາດໝາຍວາງອອກ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

“ສົນທິສັນຍາ ຮ່າໂນ້ຍ”, ເອກະສານນິຕິກຳສະບັບທຳອິດຂອງ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ທີ່ໄດ້ຮັບຮອງໂດຍສະມັດຊາໃຫຍ່ ສປຊ ໃນວັນທີ 24 ທັນວາ 2024 ແລະ ໄດ້ເປີດພິທີລົງນາມຢ່າງເປັນທາງການ ຢູ່ຮ່າໂນ້ຍໃນວັນທີ 25 – 26 ຕຸລາ 2025, ພາຍໃຕ້ການເປັນປະທານຮ່ວມຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານເລຂາທິການໃຫຍ່ ສປຊ Antonio Guterres. ເຫດການນີ້ບໍ່ພຽງແຕ່ເປີດໜ້າປະຫວັດສາດໃໝ່ໃນການຮ່ວມມືທົ່ວໂລກກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ເທົ່ານັ້ນຫາກຍັງຢັ້ງຢືນບົດບາດ ແລະ ຄວາມຮັບຜິດຊອບຂອງຫວຽດນາມ ໃນການແບ່ງປັນຄວາມຮັບຜິດຊອບໃນການປ້ອງກັນຄວາມປອດໄພທາງອິນເຕີເນັດອີກດ້ວຍ.

Top