• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ້ອງຖິ່ນຕ່າງ ກຽມພ້ອມໃຫ້ແກ່ບັນດາກໍລະນີປ້ອງກັນ, ຕ້ານໂລກລະບາດໂຄວິດ - 19

      ວັນທີ 7 ກໍລະກົດ, ການນຳຫຼາຍແຂວງ, ນະຄອນໃນທົ່ວປະເທດ ໄດ້ປະກາດໃຊ້ບັນດາຂໍ້ຕົກລົງເພື່ອແນໃສ່ເພີ່ມທະວີບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ເພີ່ມທະວີການໂຄສະນາເຜີຍແຜ່ ເພື່ອໃຫ້ປະຊາຊົນໃນບໍລິເວນ ເປັນເຈົ້າການໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃຫ້ແກ່ຕົນເອງ ແລະ ຄອບຄົວ.
ພະນັກງານການແພດເອົາຕົວຢ່າງຫາເຊື້ອໄວຣັດ SARS - CoV - 2 ຢູ່ສູນການແພດເມືອງ 4, ນະຄອນ ໂຮ່ຈີມິນ
      ທ່ານປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໄດ້ປະກາດໃຊ້ເອກະສານທາງການ ກ່ຽວກັບການເພີ່ມທະວີການຜັນຂະຫຍາຍບັນດາການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃນສະພາບການທີ່ມີການຜັນແປໃໝ່. ເອກະສານທາງການໄດ້ຮຽກຮ້ອງໃຫ້ ທຸກຂັ້ນຕ້ອງປະຕິບັດຕາມບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃນສະພາບການໃໝ່ຢ່າງເຂັ້ມງວດ, ເພີ່ມທະວີການຄວບຄຸມບັນດາການເຄື່ອນໄຫວຂົນສົ່ງຈາກບັນດາເຂດເກີດໂລກລະບາດ ມາຍັງນະຄອນ, ບັນດາທ້ອງຖິ່ນຕິດຕາມກວດກາ, ຄວບຄຸມຜູ້ທີ່ມາ ຈາກທ້ອງຖິ່ນເກີດໂລກລະບາດໂຄວິດ - 19. ພິເສດແມ່ນໃນເວລາ 18 ໂມງຂອງວັນທີ 7 ກໍລະກົດ, ຮ່າໂນ້ຍ ໄດ້ນຳໃຊ້ບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ສຳລັບທຸກຄົນທີ່ມາຈາກນະຄອນໂຮ່ຈີມິນ ແລະ ບັນດາເຂດເກີດໂລກລະບາດແບບບັງຄັບ ລວມມີ: ປະຕິບັດການແຈ້ງອາການສຸຂະພາບ, ແຍກປ່ຽວຢູ່ບ່ອນພັກ 7 ວັນຢ່າງຖືກຕ້ອງຕາມການແນະນຳຂອງ ກະຊວງສາທາລະນະສຸກ.
ຢູ່ຫ໋າຍຟ່ອງ, ຄະນະປະຊາຊົນນະຄອນຮຽກຮ້ອງທຸກຄົນທີ່ມາຈາກນະຄອນໂຮ່ຈີມິນ ຕ້ອງນຳໃຊ້ມາດຕະການແຍກປ່ຽວລວມໝູ່ 21 ວັນນັບແຕ່ເວລາ 12 ໂມງຂອງວັນທີ 7 ກໍລະກົດ. ທີ່ບັນດາປ້ອມກວດກາຢູ່ປະຕູເຂົ້າອອກຂອງນະຄອນ, ນັບແຕ່ເວລາ 12 ໂມງຂອງວັນທີ 8 ກໍລະກົດ, ອະນຸຍາດໃຫ້ພຽງແຕ່ຄົນທີ່ມີຜົນກວດເປັນລົບກັບເຊື້ອໄວຣັດ SARS - CoV - 2 ພາຍໃນໄລຍະເວລາ 5 ວັນ ໄດ້ເຂົ້ານະຄອນ.
ສ່ວນຢູ່ແຂວງ ຫ໋າຍເຢືອງ ສືບຕໍ່ເພີ່ມທະວີການໂຄສະນາເຜີຍແຜ່ໃຫ້ປະຊາຊົນໃນບໍລິເວນແຂວງ ເປັນເຈົ້າການໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃຫ້ແກ່ຕົນເອງ ແລະ ຄອບຄົວ.
(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top