• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່າ​ນໂຕ​ເລິມ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ: ເຮັດ​ໃຫ້​ສາຍ​ພົວ​ພັນ ຫວຽດ​ນາມ - ສະ​ໂລ​ວາ​ກີ ເລິກ​ເຊິ່ງກວ່າ​ອີກ

ຕອນ​ບ່າຍ​ວັນ​ທີ 13 ເມ​ສາ, ຢູ່​ທຳ​ນຽບ​ປ​ະ​ທານ​ປະ​ເທດ, ທີ່​ຮ່າ​ໂນ້ຍ, ທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະ​ບໍ​ລິ​ຫາ​ນ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້​ຕ້ອນ​ຮັບ​ທ່ານ Robert Fico ນາ​ຍົກ​ລັດ​ຖະ​ມົນ​ຕີແຫ່ງ ສາ​ທາ​ລະ​ນະ​ລັດ ສະ​ໂລ​ວາ​ກີ ທີ່​ພວມຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ.
  ທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະ​ບໍ​ລິ​ຫາ​ນ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້​ຕ້ອນ​ຮັບ​ທ່ານ Robert Fico ນາ​ຍົກ​ລັດ​ຖະ​ມົນ​ຕີແຫ່ງ ສາ​ທາ​ລະ​ນະ​ລັດ ສະ​ໂລ​ວາ​ກີ (ພາບ: TTXVN)  

ນະ​ທີ່​ນີ້, ທ່ານ​ເລຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຢັ້ງ​ຢືນ​ວ່າ ຫວຽດ​ນາມ ມີ​ຄວາມ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຖື​ເປັນ​ສຳ​ຄັນ ແລະ ​ປາດ​ຖະ​ໜາ​ຢາ​ກ​ເຮັດ​ໃຫ້​ສາຍ​ພົວ​ພັນ​ກັບ ສະ​ໂລ​ວາ​ກີ ເລິກ​ເຊິ່ງກວ່າ​ອີກ; ພັກ​ກ​ອມ​ມູ​ນິດ ຫວຽດ​ນາມ ຖື​ເປັນ​ສຳ​ຄັນ ແລະ ພ້ອມ​ແລ້ວ​ທີ່​ຈະ​ເພີ່ມ​ທະ​ວີ​ການ​ພົ​ວ​ພັນ​ກັບ​ບັນ​ດາ​ພັກການ​ເມືອງ​ຂອງ ສະ​ໂລ​ວາ​ກີ, ໂດຍ​ສະ​ເພາະ​ແມ່ນ​ພັກ Smer – SD (ພັກ​ປະ​ຊາ​ທິ​ປະ​ໄຕ ສັງ​ຄົມ) ແລະ ບັນ​ດາ​ພັກ​ໃນ​ພັນ​ທະ​ມິດ​ກຳ​ອຳ​ນາດ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Robert Fico.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Robert Fico ເນັ້ນ​ໜັກ​ວ່າ ສະ​ໂລ​ວາ​ກີ ຍາມ​ໃດ​ກໍ​ຖື ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ສຳ​ຄັນ​ທີ່​ສຸດ​​ຢູ່ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ແລະ 1 ໃນ 3 ຄູ່​ຮ່ວມ​ມື​ໃຫຍ່​ສຸດ​ຢູ່ ອາ​ຊີ; ສະ​ໂລ​ວາ​ກີ ຈະ​ສົມ​ທົບ​ກັບ ຫວຽດ​ນາມ ຢ່າງ​ແໜ້ນ​ແຟ້ນ ເພື່ອ​ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ໃນ​ບັນ​ດາ​ຂົງ​ເຂດ, ເຊັ່ນ: ເສດ​ຖະ​ກິດ - ການ​ຄ້າ, ວິ​ທະ​ຍາ​ສາດ - ເຕັກ​ນິກ, ການ​ປ້ອງ​ກັນ​ຊາດ - ປ້ອງ​ກັນ​ຄວາມ​ສະ​ຫງົບ, ອຸດ​ສາ​ຫະ​ກຳ,ພະ​ລັງ​ງານ​ທົດ​ແທນ, ການ​ທ່ອງ​ທ່ຽວ, ກະ​ສິ​ກຳ​ເຕັກ​ໂນ​ໂລ​ຢີ​ສູງ ແລະ ປັນ​ຍາ​ປະ​ດິດ (AI).

ຕອນ​ຄ່ຳ​ຂອງວັນ​ດຽວ​ກັນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ໂລ​ວາ​ກີ Robert Fico ໄດ້​ເຂົ້າ​ຮ່ວມ​ລາຍ​ການ​ດົນ​ຕີ​ປະ​ສານ​ສຽງ​ມິດ​ຕະ​ພາບ ຫວຽດ​ນາມ - ສະ​ໂລ​ວາ​ກີ.

(ແຫ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ: ຫວຽດ​ນາມ ພັດ​ທະ​ນາ​ຢ່າງ​ຂະ​ຫຍັນ​ຂັນ​ເຄື່ອນ, ບໍ​ລິ​ຫານ​ຢ່າງ​ມີ​ປະ​ສິດ​ທິ​ຜົນ

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ: ຫວຽດ​ນາມ ພັດ​ທະ​ນາ​ຢ່າງ​ຂະ​ຫຍັນ​ຂັນ​ເຄື່ອນ, ບໍ​ລິ​ຫານ​ຢ່າງ​ມີ​ປະ​ສິດ​ທິ​ຜົນ

ປັດ​ຈຸ​ບັນ, ຫວຽດ​ນາມ ພວມ​ຜັນ​ຂະ​ຫຍາຍ​ການ​ສັບ​ຊ້ອນ​ກົງ​ຈັດ​ລັດ​ໃຫ້​ກະ​ທັດ​ລັດ​ຢ່າງ​ແຮງ, ປັບ​ປຸງ​ລະ​ບອບ​ລະ​ບຽບ​ການ​ໃຫ້​ສົມ​ບູນ​ແບບ ແລະ ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ບໍ​ລິ​ຫາ​ນ​ແຫ່ງ​ຊາດ. ເປົົ້າ​ໝາຍ​ໃຫຍ່​ສຸດ​ແມ່ນ​ເພື່ອ​ສ້າງ​ກຳ​ລັງ​ໜູນ​ພັດ​ທະ​ນາ​ໃໝ່, ຍົກ​ສູງ​ກຳ​ລັງ​ແຮງ​ແກ້ງ​ແຍ້ງ ແລະ ກຳ​ລັງ​ແຮງ​ທົນ​ທານ​ຂອງ​ປະ​ເທດ ໃນ​ສະ​ພາບ​ການ​ໂລກ​ມີ​ການ​ຜັນ​ແປ​ຢ່າງວ່ອງ​ໄວ ແລະ ສັບ​ສົນ.

Top