ຕອນບ່າຍວັນທີ 13 ເມສາ, ຢູ່ທຳນຽບປະທານປະເທດ, ທີ່ຮ່າໂນ້ຍ, ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ຕ້ອນຮັບທ່ານ Robert Fico ນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ສະໂລວາກີ ທີ່ພວມຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.
ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ຕ້ອນຮັບທ່ານ Robert Fico ນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ສະໂລວາກີ (ພາບ: TTXVN)
ນະທີ່ນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢັ້ງຢືນວ່າ ຫວຽດນາມ ມີຄວາມສະເໝີຕົ້ນສະເໝີປາຍຖືເປັນສຳຄັນ ແລະ ປາດຖະໜາຢາກເຮັດໃຫ້ສາຍພົວພັນກັບ ສະໂລວາກີ ເລິກເຊິ່ງກວ່າອີກ; ພັກກອມມູນິດ ຫວຽດນາມ ຖືເປັນສຳຄັນ ແລະ ພ້ອມແລ້ວທີ່ຈະເພີ່ມທະວີການພົວພັນກັບບັນດາພັກການເມືອງຂອງ ສະໂລວາກີ, ໂດຍສະເພາະແມ່ນພັກ Smer – SD (ພັກປະຊາທິປະໄຕ ສັງຄົມ) ແລະ ບັນດາພັກໃນພັນທະມິດກຳອຳນາດຂອງທ່ານນາຍົກລັດຖະມົນຕີ Robert Fico.
ທ່ານນາຍົກລັດຖະມົນຕີ Robert Fico ເນັ້ນໜັກວ່າ ສະໂລວາກີ ຍາມໃດກໍຖື ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນທີ່ສຸດຢູ່ ອາຊີຕາເວັນອອກສ່ຽງໃຕ້ ແລະ 1 ໃນ 3 ຄູ່ຮ່ວມມືໃຫຍ່ສຸດຢູ່ ອາຊີ; ສະໂລວາກີ ຈະສົມທົບກັບ ຫວຽດນາມ ຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຂໍ້ຕົກລົງໃນບັນດາຂົງເຂດ, ເຊັ່ນ: ເສດຖະກິດ - ການຄ້າ, ວິທະຍາສາດ - ເຕັກນິກ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ອຸດສາຫະກຳ,ພະລັງງານທົດແທນ, ການທ່ອງທ່ຽວ, ກະສິກຳເຕັກໂນໂລຢີສູງ ແລະ ປັນຍາປະດິດ (AI).
ຕອນຄ່ຳຂອງວັນດຽວກັນ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ທ່ານນາຍົກລັດຖະມົນຕີ ສະໂລວາກີ Robert Fico ໄດ້ເຂົ້າຮ່ວມລາຍການດົນຕີປະສານສຽງມິດຕະພາບ ຫວຽດນາມ - ສະໂລວາກີ.