• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່າ​ນນາງ ຫວໍ​ທິ​ແອັງ​ຊວັນ ຜູ້​ຮັກ​ສາ​ການ ປະ​ທານ​ປະ​ເທດ ຖະ​ຫວາ​ຍ​ທູບ​ທຽນ​ຢູ່ ເຂດ​ຮ່ອງ​ຮອຍ​ປະ​ຫວັດ​ສາດ ຄຸກ ກອນ​ຕຸມ

ຕອນເຊົ້າວັນທີ 5 ພຶດສະພາ, ທ່ານນາງ ຫວໍທິແອັງຊວັນ ຜູ້ຮັກສາການ ປະທານປະເທດ ໄດ້ໄປຖະຫວາຍທູບທຽນ ອາໄລຫາ ບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ເຂດ ຮ່ອງຮອຍປະຫວັດສາດ ຄຸກ ກອນຕຸມ.
ທ່ານນາງ ຫວໍທິແອັງຊວັນ ຜູ້ຮັກສາການ ປະທານປະເທດ ຖະຫວາຍທູບທຽນຢູ່ ເຂດຮ່ອງຮອຍປະຫວັດສາດ ຄຸກ ກອນຕຸມ (ພາບ: VOV)

ໃນການເດີນທາງໄປປະຕິບັດງານ ຢູ່ແຂວງ ກອນຕຸມ, ຕອນເຊົ້າວັນທີ 5 ພຶດສະພາ, ທ່ານນາງ ຫວໍທິແອັງຊວັນ ຜູ້ຮັກສາການ ປະທານປະເທດ ໄດ້ໄປຖະຫວາຍທູບທຽນ ອາໄລຫາ ບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ເຂດ ຮ່ອງຮອຍປະຫວັດສາດ ຄຸກ ກອນຕຸມ. ນີ້ແມ່ນສະຖານທີ່ກອງທັບ ຝລັ່ງ, ໃນໄລຍະປົກຄອງຫວຽດນາມ, ກັກຂັງບັນດານັກໂທດການເມືອງ ມາຈາກບັນດາແຂວງຄື: ເງະອານ, ຮ່າຕິງ, ເທື່ອທຽນ - ເຫ້ວ.

ຢູ່ແຫ່ງນີ້, ທ່ານນາງ ຫວໍທິແອັງຊວັນ ກໍ່ໄດ້ໄປຢ້ຽມຢາມຫໍວາງສະແດງ ຊື່ງແມ່ບບ່ອນພວມຮັກສາຫຼາຍວັດຖຸພັນ ຂອງນັກຮົບກອມມູນິດຖືກຈຳຄຸກ ແລະ ຮູບແບບຄຸກ ຕອນຕຸມໃນເມື່ອກ່ອນ. ແລະກໍ່ໃນວັນດຽວກັນ, ທ່ານນາງ ຫວໍທິແອັງຊວັນ ໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ນັກຮົບເກົ່າ, ທະຫານເສຍອົງຄະ ເຈິ່ນດິ່ງທີ ເຊິ່ງແມ່ນທະຫານເຂົ້າຮ່ວມການສູ້ຮົບຢູ່ສະໜາມຮົບ ເຕິນເຊີນເຍິດ ໃນບັ້ນຮົບ ໂຮ່ຈີມິນ ປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບເມື່ອປີ 1975; ຢ້ຽມຢາມ, ມອບຂອງຂວັນໃຫ້ ແມ່ ຫວຽດນາມ ວິລະຊົນ ດັ່ງທິທູ.

(ແຫຼ່ງຄັດຈາກ VOV)

ມະ​ຫາ​ວິ​ທະ​ຍາ​ໄລ​ບໍ່​ແຮ່ - ທໍ​ລະ​ນີ​ສາດ ຕ້ອງ​ເປັນ​ເຈົ້າ​ເຕັກ​ໂນ​ໂລ​ຢີ​ສຳຫຼວດລົງ​ເລິກໃຕ້​ດິນ​, ບືນ​ຕົວ​ອອກ​ໄປ​ສູ່ທະ​ເລ​ໃຫຍ່

ມະ​ຫາ​ວິ​ທະ​ຍາ​ໄລ​ບໍ່​ແຮ່ - ທໍ​ລະ​ນີ​ສາດ ຕ້ອງ​ເປັນ​ເຈົ້າ​ເຕັກ​ໂນ​ໂລ​ຢີ​ສຳຫຼວດລົງ​ເລິກໃຕ້​ດິນ​, ບືນ​ຕົວ​ອອກ​ໄປ​ສູ່ທະ​ເລ​ໃຫຍ່

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ສະ​ເໜີ​ການ​ນຳ, ພະ​ລັກ​ງານ, ຄູ​ສອນ ແລະ ນັກ​ສຶກ​ສາ ຂອງ​ໂຮງ​ຮຽນ​ຢຶດ​ໝັ້ນ​ປ່ຽນ​ແປງ​ການ​ສຶກ​ສາ​ມະ​ຫາ​ວິ​ທະ​ຍາ​ໄລ​ໂດຍ​ພື້ນ​ຖານ ແລະ ຮອບ​ດ້ານ; ຍົກ​ສູງ​ຄຸນ​ນະ​ພາບ​ໃນ​ການ​ບຳ​ລຸງ​ສ້າງ​ຕາມ​ມາດ​ຖານ​ສາ​ກົນ​ຢ່າງ​ແທ​້​ຈິງ.

Top