• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ He Wei ​ເອກ​ອັກ​ຄະ​ລັດ​ຖະທູດ ຈີນ:ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ​ກອມ​ມູ​ນິ​ດ ຫວຽດ​ນາມ ຈະ​ສ້າງ​ຂຶ້ນ 3 ບາດ​ກ້າວ​ບຸກ​ທະ​ລຸ​ໃຫຍ່

ທ່ານ He Wei ເອກອັກຄະລັດຖະທູດ ຈີນ ປະຈຳ ຫວຽດນາມ ຖືວ່າ 5 ປີຈະມາເຖິງຈະແມ່ນໄລຍະ ຫວຽດນາມບັນລຸໄດ້ບາດກ້າວພັດທະນາຢ່າງຮອບດ້ານ ແລະ ບຸກທະລຸຢ່າງແຮງ ກ່ຽວກັບຄວາມສາມາດບົ່ມຊ້ອນຂອງປະເທດຊາດ ແລະ ທີ່ຕັ້ງບົດບາດສາກົນ
ທ່ານ He Wei ເອກອັກຄະລັດຖະທູດ ຈີນ ປະຈຳ ຫວຽດນາມ (ພາບ: TTXVN)

ໂດຍຕອບສຳພາດຕໍ່ນັກຂ່າວ ຫວຽດນາມ ເນື່ອງໃນໂອກາດກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ທີ່ພວມດຳເນີນຢູ່ຮ່າໂນ້ຍ, ທ່ານ He Wei  ເອກອັກຄະລັດຖະທູດ ຈີນ ປະຈຳ ຫວຽດນາມ ເຊື່ອໝັ້ນວ່າ ຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ຈະເປີດສັງກາດພັດທະນາໃໝ່, ສ້າງກຳລັງໜູນຢ່າງແຮງໃຫ້ແກ່ພາລະກິດແຫ່ງການສ້າງສາ ແລະ ພັດທະນາປະເທດ ຫວຽດນາມ ໃນໄລຍະຈະມາເຖິງ.

ທ່ານ He Wei  ເອກອັກຄະລັດຖະທູດ ຈີນ ປະຈຳ ຫວຽດນາມ ຖືວ່າ 5 ປີຈະມາເຖິງຈະແມ່ນໄລຍະ ຫວຽດນາມບັນລຸໄດ້ບາດກ້າວພັດທະນາຢ່າງຮອບດ້ານ ແລະ ບຸກທະລຸຢ່າງແຮງ ກ່ຽວກັບຄວາມສາມາດບົ່ມຊ້ອນຂອງປະເທດຊາດ ແລະ ທີ່ຕັ້ງບົດບາດສາກົນ. ອາດສັງລວມຢູ່ສາມບາດກ້າວບຸກທະລຸໃຫຍ່ນັ້ນແມ່ນ: ທີໜຶ່ງ, ບຸກທະລຸກ່ຽວກັບຄວາມສາມາດໃນການຄຸ້ມຄອງບໍລິຫານປະເທດຊາດ; ທີສອງ, ບຸກທະລຸກ່ຽວກັບຄວາມສາມາດບົ່ມຊ້ອນສັງລວມຂອງປະເທດຊາດ ແລະ ທີສາມແມ່ນບຸກທະລຸກ່ຽວກັບລະດັບຜົນສະທ້ອນ ແລະ ທີ່ຕັ້ງບົດບາດສາກົນ.

(ແຫຼ່ງຄັດຈາກ VOV)

ສະຫາຍ ໂຕເລີມ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ສະໄໝທີ XIV ອີກວາລະໜຶ່ງ

ສະຫາຍ ໂຕເລີມ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ສະໄໝທີ XIV ອີກວາລະໜຶ່ງ

ສະຫາຍ ໂຕເລີມ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ສະໄໝທີ XIV ອີກວາລະໜຶ່ງ

Top