• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ Donal Trump ໄດ້​ຮັບ​ການ​ສະ​ເຫ​ນີ​ຈາກ​ພັກ​ສາ​ທ​າ​ລະ​ນະ​ລັດ ອອກ​ມາແຂ່ງ​ຂັນ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ

ທ່ານ Donald Trump ຈະມີບົດກ່າວປາໄສຮັບຮູ້ການສະເຫນີໃນວັນທີ 18 ກໍລະກົດ, ເຊິ່ງແມ່ນມື້ສຸດທ້າຍຂອງກອງປະຊຸມໃຫຍ່. ນີ້ແມ່ນຄັ້ງທີ 3 ທີທ່ານ Donald Trump ຕາງຫນ້າໃຫ້ພັກສາທາລະນະລັດ ອອກມາແຂ່ງຂັນເລືອກຕັ້ງປະທານາທິບໍດີ ນັບແຕ່ປີ 2016.
ທ່ານ ອະດິດປະທານາທິບໍດີ ອາເມລິກາ Donald Trump (ພາບ:Xinhua)

ຢູ່ກອງປະຊຸມໃຫຍ່ທົ່ວປະເທດຂອງພັກສາທາລະນະລັດ ໄຂຂຶ້ນໃນວັນທີ 15 ກໍລະກົດ ຕາມເວລາທ້ອງຖິ່ນ ຢູ່ ນະຄອນ Milwaukee ລັດ Wisconsin, ອາເມລິກາ, ທ່ານ ອະດິດປະທານາທິບໍດີ ອາເມລິກາ Donald Trump ພ້ອມທັງແມ່ນຜູ້ອອກສະໝັກຮັບເລືອກຕັ້ງແຖວຫນ້າຂອງພັກນີ້ ໄດ້ຮັບການສະເຫນີຢ່າງເປັນທາງການເພື່ອອອກມາແຂ່ງຂັນເລືອກຕັ້ງປະທານາທິບໍດີ ອາເມລິກາ ໃນເດືອນ ພະຈິກປີນີ້. ທ່ານ Donald Trump ຈະມີບົດກ່າວປາໄສຮັບຮູ້ການສະເຫນີໃນວັນທີ 18 ກໍລະກົດ, ເຊິ່ງແມ່ນມື້ສຸດທ້າຍຂອງກອງປະຊຸມໃຫຍ່. ນີ້ແມ່ນຄັ້ງທີ 3 ທີທ່ານ Donald Trump ຕາງຫນ້າໃຫ້ພັກສາທາລະນະລັດ ອອກມາແຂ່ງຂັນເລືອກຕັ້ງປະທານາທິບໍດີ ນັບແຕ່ປີ 2016.  ກ່ອນຫນ້ານັ້ນໃນວັນດຽວກັນ, ກອງປະຊຸມໃຫຍ່ທົ່ວປະເທດຂອງພັກສາທາລະນະລັດ ໄດ້ໄຂຂຶ້ນໂດຍມີການເຂົ້າຮ່ວມຂອງຜູ້ແທນກວ່າ 2.400 ຄົນໂດຍສຸມໃສ່ບັນດາຫົວຂໍ້ສະເພາະກອງປະຊຸມແມ່ນປິ່ນອ້ອມຄຳຂວັນ “ເຮັດໃຫ້ປະເທດ ອາເມລິກາ ກັບມາຍິ່ງໃຫຍ່ຄືນໃຫມ່” ຂອງທ່ານອະດິດປະທານາທິບໍດີ Donald Trump.

(ແຫຼ່ງຄັດຈາກ VOV)

ດັກ​ລັກ​ມາ​ນະ​ພະ​ຍາ​ຍາມ​ປະ​ຕິ​ບັດ​ໜ້າ​ທີ່​ຕ້ານ​ການ​ຂຸດ​ຄົ້ນ IUU

ດັກ​ລັກ​ມາ​ນະ​ພະ​ຍາ​ຍາມ​ປະ​ຕິ​ບັດ​ໜ້າ​ທີ່​ຕ້ານ​ການ​ຂຸດ​ຄົ້ນ IUU

ໄລ່ຮອດວັນທີ 28 ກຸມພາ, ແຂວງດັກລັກ ມີກຳປັ່ນຫາປາທີ່ໄດ້ຈົດທະບຽນໃນລະບົບຖານຂໍ້ມູນອາຊີບຫາປາແຫ່ງຊາດ 2.575 ລຳ. ກຳປັ່ນ ທີ່ມີໜັງສືອະນຸຍາດຂຸດຄົ້ນສິນນ ໃນນ້ຳຍັງມີຜົນສັກສິດ 2555 ລຳ

Top